Privileges
Exclusive offers for our cardholders
Cardholder privileges
Enjoy discounts and collect points every time you pay with a Phongsavanh Bank card.
Discounts for shopping

ATM, debit and credit cardholders get a special discount of 5% – 50% when paying for goods and services at stores participating in the program with Phongsavanh Bank – shopping, restaurants, hotels, travel, online, gas and mobile (according to the conditions set by each store in each period).
Phongsavanh Member Point
PHONGSAVANH MEMBER POINT ຄືໂປຣແກຼມຄະແນນທີ່ທະນາຄານພົງສະຫວັນສ້າງຂື້ນ ເພື່ອມອບຄະແນນໃຫ້ແກ່ສະມາຊິກທີ່ໃຊ້ຈ່າຍຜ່ານບັດເຄຣດິດ ທະນາຄານພົງສະຫວັນ ປະເພດບັດ VISA/ MASTERCARD/ JCB/ UNIONPAY ຕາມທີ່ກຳນົດໂດຍມີລາຍລະອຽດການຄຳນວນຄະແນນແລກຊື້ ຫຼື ແລກຊຳລະຄ່າສິນຄ້າ ແລະ ບໍລິການທົ່ວໄປດັ່ງນີ້:
- Earn
- 1 point for every LAK 10,000 spent
- Points valid for
- 3 years
- Check your balance
- 020 711 666, 021 711 668
ເງື່ອນໄຂຄະແນນສະສົມ Phongsavanh Member point
ລາຍການໃຊ້ຈ່າຍຜ່ານບັດເຄຣດິດ Credit Card ເພື່ອຊໍາລະຄ່າສິນຄ້າ ແລະ ບໍລິການທັງພາຍໃນ ແລະ ຕ່າງປະເທດເພື່ອການບໍລິໂພກສ່ວນບຸກຄົນທີ່ບໍ່ກ່ຽວຂ້ອງກັບທຸລະກິດ ແລະ ການຄ້າ; ສຳລັບທຸກໆ10,000 ກີບ ຜູ້ຖືບັດຈະໄດ້ຮັບຄະແນນສະສົມ ກັບ Phongsavanh Member point 1 ຄະແນນ (ຍົກເວັ້ນການຖອນເງິນສົດຈາກບັນຊີບັດເຄຣດິດ, ຄ່າທໍານຽມລາຍປີ, ດອກເບ້ຍ, ຄ່າທຳນຽມການຊຳລະລ່າຊ້າ ຫຼື ຄ່າທໍານຽມໃນການຖອນເງິນສົດ).
ການຄິດໄລ່ຄະແນນສະສົມ ຈະແຍກຕາມການໃຊ້ຈ່າຍຂອງແຕ່ລະບັດ ໂດຍຍອດທີ່ໃຊ້ຄິດໄລ່ຈະນັບເຖິງວັນສະຫຼຸບຍອດຕາມຮອບຂອງໃບແຈ້ງຍອດບັນຊີບັດເຄຣດິດ, ເລກເສດທີ່ເກີດຈາກການຄິດໄລ່ ສາມາດລວມເປັນຄະແນນສະສົມໄດ້ ແລະ ຜູ້ຖືບັດສາມາດໃຊ້ຄະແນນສະສົມ ເພື່ອແລກຮັບຂອງທີ່ລະນຶກກັບທະນາຄານໄດ້ ພາຍຫຼັງຈາກວັນທີທີ່ທະນາຄານໄດ້ດຳເນີນການຄິດໄລ່ຄະແນນສະສົມ ແລະ ຄະແນນສະສົມດັ່ງກ່າວໄດ້ປາກົດໃນໃບແຈ້ງຍອດບັນຊີບັດເຄຣດິດ (Credit Card Statement) ຂອງຜູ້ຖືບັດແລ້ວເທົ່ານັ້ນ.
ຕົວຢ່າງ : ການຄິດໄລ່ຄະແນນສະສົມ ທີ່ລູກຄ້າໃຊ້ບັດເຄຣດິດໃນການຊື້ສິນຄ້າ ທຸກໆ 10,000 ກີບ ໄດ້ຮັບ 01 ຄະແນນ ກໍລະນີບໍ່ເຖິງ 10,000 ກີບ ບໍ່ໃຫ້ຄະແນນລູກຄ້າໃຊ້ 350,000 ກີບ ວິທີການຄິດໄລ່ຄື 350,000/10,000 ໄດ້ 35 ຄະແນນ (350,000x.0.0001=35 ຄະແນນ).
ໝາຍເຫດ : ກໍລະນີທີິ່ມີກາານຂໍຄືນ, ປ່ຽນແປງ, ຍົກເລິກ ການຊໍາລະສິນຄ້າ ແລະ ບໍລິການ ຫຼື ຮັບເງິນຄືນຈາກການຊື້ສິນຄ້າ ແລະ ບໍລິການບໍ່ວ່າຈະກໍລະນີໃດໆ ຫຼື ທະນາຄານກວດສອບພົບວ່າລາຍການດັ່ງກ່າວເປັນລາຍການໃຊ້ຈ່າຍທີ່ຜິດຈາກເງື່ອນໄຂທີ່ທະນາຄານກຳນົດ ທະນາຄານຈະຫັກຄະແນນສະສົມຕາມຈຳນວນຄະແນນທີ່ຜູ້ຖືບັດໄດ້ຮັບຈາກການໃຊ້ຈ່າຍ ຜ່ານບັດເຄຣດິດຄືນຈາກຄະແນນສະສົມທີ່ຜູ້ຖືບັດມີຢູ່ກັບທະນາຄານ.
- 1ຄະແນນ PHONGSAVANH MEMBER POINT ຂອງບັດຫຼັກສາມາດນໍາຄະແນນທີ່ເກີດຈາກການໃຊ້ຈ່າຍບັດເສີມມາລວມນຳໄດ້ ໂດຍສະມາຊິກບັດຫຼັກແຈ້ງການຂໍລວມຄະແນນໄປທີ່ Call center 021 711 666, 020 711 668 ກ່ອນເຮັດການແລກຊື້ ຫຼື ຊຳລະສິນຄ້າ ແລະ ບໍລິການ ຄະແນນ PHONGSAVANH MEMBER POINT ບໍ່ສາມາດໂອນໃຫ້ສະມາຊິກອື່ນໄດ້
- 2ຄະແນນສະສົມ PHONGSAVANH MEMBER POINT ມີອາຍຸ 3 ປີ ນັບຈາກວັນທີ່ຊື້ສິນຄ້າ ຫຼື ບໍລິການ
- 3ສິດການໃຊ້ຄະແນນສະສົມແລກຂອງທີ່ລະນຶກໄດ້ສະເພາະຜູ້ຖືບັດທີ່ຍັງຄົງສະຖານະພາບການເປັນສະມາຊິກບັດເຄຣດິດຂອງທະນາຄານ ໃນວັນທີ່ໃຊ້ສິດດັ່ງກ່າວ ແລະ ເປັນຜູ້ຖືບັດທີ່ຊຳລະຄ່າໃຊ້ຈ່າຍບັດເຄຣດິດກົງຕາມເງື່ອນໄຂທີ່ໄດ້ຕົກລົງໄວ້ກັບທະນາຄານເທົ່ານັ້ນ ຄະແນນສະສົມທີ່ໃຊ້ແລກຂອງທີ່ລະນຶກແລ້ວບໍ່ສາມາດຂໍຄືນໄດ້ ບໍ່ວ່າຈະກໍລະນີໃດໆກໍຕາມ
- 4ຄະແນນ PHONGSAVANH MEMBER POINT ຈະຖືກຍົກເລິກ ຫຼື ສິ້ນສຸດໃນກໍລະນີທີ່
- (A) ສະມາຊິກໃຊ້ສິດນຳຄະແນນ PHONGSAVANH MEMBER POINT ແລກຂອງທີ່ລະນຶກ ຫຼື ແລກເງິນຄືນເຂົ້າບັນຊີແລ້ວ
- (B) ທະນາຄານໃຊ້ສິດໃນການຮຽກຄືນ ຫຼື ຍົກເລິກ, ແກ້ໄຂ, ຍຸດຕິ ຫຼື ລະງັບ PHONGSAVANH MEMBER POINT ແລະ ແກ້ໄຂທຸກໆຂໍ້ໃນຂໍ້ກໍານົດ ແລະ ເງື່ອນໄຂເຫຼົ່ານີ້
- (C) ສະມາຊິກສິ້ນສຸດໃນການເປັນສະມາຊິກ
- (D) ສະມາຊິກເຮັດກົນອຸບາຍ, ປອມແປງ ຫຼື ໃຊ້ບັດໃນການເຮັດເປັນທຸລະກິດການຄ້າ ຫຼື ນໍາໃຊ້ບັດຜິດວັດຖຸປະສົງ ຫຼື ທຸຈະລິດ ເພື່ອໃຫ້ໄດ້ຄະແນນມາ ບໍ່ວ່າຈະທັງໝົດ ຫຼື ບາງສ່ວນກໍຕາມ
- 5ຄະແນນສະສົມ PHONGSAVANH MEMBER POINT ບໍ່ສາມາດແລກປ່ຽນ ຫຼື ທອນເປັນເງິນສົດໄດ້
- 6ທະນາຄານຂໍສະຫງວນສິດໃນການປ່ຽນແປງເງື່ອນໄຂຕ່າງໆ ລວມທັງສິດປະໂຫຍດ ໂດຍບໍ່ຕ້ອງແຈ້ງລ່ວງໜ້າ
- 7ຫາກມີຂໍ້ຜິດພາດ ການຕັດສິນຂອງທະນາຄານຖືເປັນທີ່ສິ້ນສຸດ
ການຍົກເລິກຄະແນນ PHONGSAVANH MEMBER POINT ຕາມຂໍ້ (D) ທະນາຄານອາດພິຈາລະນາດຳເນີນການຕາມກົດໝາຍ ເພື່ອຮຽກຄືນ ຫຼື ຍົກເລິກຄະແນນ ສິນຄ້າ ບໍລິການ ປະໂຫຍດໃດໆອັນໄດ້ຈາກການແລກຄະແນນ ລວມທັງຄ່າເສຍຫາຍທີ່ເກີດຂຶ້ນ ແລະ ອາດລວມໄປເຖິງການຍົກເລິກບັດ ຫຼື ບັນຊີບັດເຄຣດິດຂອງສະມາຊິກດ້ວຍ.
ການໃຊ້ຄະແນນສະສົມ
- ການໃຊ້ຄະແນນແລກຂອງທີ່ລະນຶກ ຕາມຫຼັກເກນທີ່ທະນາຄານກຳນົດ
- ການໃຊ້ຄະແນນແລກເງິນຄືນເຂົ້າບັນຊີ ຕາມຫຼັກເກນທີ່ທະນາຄານກຳນົດ
ໝາຍເຫດ
- ກໍລະນີທີ່ສະມາຊິກຕ້ອງການຍົກເລິກບັດ ສະມາຊິກຈະຕ້ອງໃຊ້ສິດແລກຊື້ ຫຼື ແລກຊຳລະຄ່າສິນຄ້າ ແລະ ບໍລິການໃຫ້ຄົບຖ້ວນກ່ອນຍົກເລິກບັດບໍ່ຕໍ່າກວ່າ 90 ວັນ
- ກໍລະນີສະມາຊິກບັດເສີມແມ່ນບໍ່ສາມາດໃຊ້ສິດແລກຊື້ ຫຼື ແລກຊຳລະສິນຄ້າ ແລະ ບໍລິການ ຈາກຄະແນນໃນບັນຊີບັດເຄຣດິດຂອງຕົນເອງໄດ້
- ສະມາຊິກສາມາດກວດສອບຍອດຄະແນນຄົງເຫຼືອໃນບັນຊີບັດເຄຣດິດໄດ້ໂດຍຕິດຕໍ່ PHONGSAVANH CARDPHONE 020 711 666, 021 711 668
ວິທີການແລກຂອງທີ່ລະນຶກ
- ລູກຄ້າສາມາດດາວໂຫຼດຟອມ FM-EBANK-HQ-58 ຫຼື ຂໍໄດ້ທີ່ສາຂາໜ່ວຍບໍລິການທົ່ວປະເທດ ແລະ ສົ່ງແບບຟອມໄດ້ທີ່ສາຂາ, ໜ່ວຍບໍລິການທົ່ວປະເທດ ແລະ ສຳເນົາບັດປະຊາຊົນ ພ້ອມເຊັນຮັບຮອງເອກະສານ
ການຕັດຄະແນນ PHONGSAVANH MEMBER POINT
ເມື່ອມີການເຮັດລາຍການໃຊ້ຄະແນນ PHONGSAVANH MEMBER POINT ແລກຊື້ ຫຼື ແລກຊໍາລະຄ່າສິນຄ້າ ແລະ ບໍລິການ ລະບົບຈະທຳການຕັດຄະແນນຕາມເງື່ອນໄຂ ແລະ ຕາມລຳດັບດັ່ງນີ້.
- 1ລະບົບຈະເຮັດການກວດສອບກ່ອນວ່າຄະແນນຄົງເຫຼືອຂອງສະມາຊິກມີຄ່າເປັນຈຳນວນຕິດລົບ ຫຼື ບໍ່ ຫາກມີຄ່າເປັນຈຳນວນຕິດລົບ ລະບົບຈະນຳຄະແນນທີ່ມີຄ່າຕິດລົບໄປກັກລວມກັບຄະແນນອື່ນໆທີ່ມີຄ່າເປັນຈຳນວນບວກ ເພື່ອໃຫ້ຄ່າຄະແນນຈຳນວນທີ່ຕິດລົບໝົດໄປເປັນສູນກ່ອນ
- 2ລະບົບຈະກວດສອບວັນໝົດອາຍຸຂອງແຕ່ລະສ່ວນຂອງຄະແນນ (Expiry Date of Bonus ID.) ທີ່ມີທັງໝົດ ໂດຍຈະເຮັດການຫັກສ່ວນຂອງຄະແນນທີ່ມີວັນໝົດອາຍຸກ່ອນ
- 3ກໍລະນີທີ່ມີການເຮັດລາຍການປັບປຸງຄະແນນ (Point Adjustment) ວິທີການຫັກຄະແນນຈະໃຊ້ຫຼັກການດຽວກັບການຫັກຄະແນນຂອງການແລກຊື້ ຫຼື ແລກຊຳລະຄ່າສິນຄ້າ ແລະ ບໍລິການດັ່ງກ່າວຂ້າງຕົ້ນ.


