ຂ້າມໄປຫາເນື້ອຫາຫຼັກ

ສິດທິປະໂຫຍດ

ຂໍ້ສະເໜີພິເສດ ສຳລັບຜູ້ຖືບັດຂອງພວກເຮົາ

ສິດທິປະໂຫຍດໃນການນຳໃຊ້ບັດເຄຣດິດທະນາຄານພົງສະຫວັນ

ຮ້ານຄ້າທີ່ມີສ່ວນຫຼຸດ

ສິດທິປະໂຫຍດ Hi App

ສາມາດຮັບສ່ວນຫຼຸດຈາກຮ້ານຄ້າທີ່ເຂົ້າຮ່ວມໂຄງການ 5%-50% (ຕາມເງື່ອນໄຂທີ່ຮ້ານຄ້າກຳນົດໃນແຕ່ລະໄລຍະ).

ສະສົມຄະແນນແລກຂອງລາງວັນ

PHONGSAVANH MEMBER POINT ຄືໂປຣແກຼມຄະແນນທີ່ທະນາຄານພົງສະຫວັນສ້າງຂື້ນ ເພື່ອມອບຄະແນນໃຫ້ແກ່ສະມາຊິກທີ່ໃຊ້ຈ່າຍຜ່ານບັດເຄຣດິດ ທະນາຄານພົງສະຫວັນ ປະເພດບັດ VISA/ MASTERCARD/ JCB/ UNIONPAY ຕາມທີ່ກຳນົດໂດຍມີລາຍລະອຽດການຄຳນວນຄະແນນແລກຊື້ ຫຼື ແລກຊຳລະຄ່າສິນຄ້າ ແລະ ບໍລິການທົ່ວໄປດັ່ງນີ້:

ສະສົມຄະແນນ
ທຸກໆ 10,000 ກີບ ໄດ້ຮັບ 1 ຄະແນນ
ອາຍຸຂອງຄະແນນ
3 ປີ
ກວດສອບຍອດຄະແນນ
020 711 666, 021 711 668

ເງື່ອນໄຂຄະແນນສະສົມ Phongsavanh Member point

ລາຍການໃຊ້ຈ່າຍຜ່ານບັດເຄຣດິດ Credit Card ເພື່ອຊໍາລະຄ່າສິນຄ້າ ແລະ ບໍລິການທັງພາຍໃນ ແລະ ຕ່າງປະເທດເພື່ອການບໍລິໂພກສ່ວນບຸກຄົນທີ່ບໍ່ກ່ຽວຂ້ອງກັບທຸລະກິດ ແລະ ການຄ້າ; ສຳລັບທຸກໆ10,000 ກີບ ຜູ້ຖືບັດຈະໄດ້ຮັບຄະແນນສະສົມ ກັບ Phongsavanh Member point 1 ຄະແນນ (ຍົກເວັ້ນການຖອນເງິນສົດຈາກບັນຊີບັດເຄຣດິດ, ຄ່າທໍານຽມລາຍປີ, ດອກເບ້ຍ, ຄ່າທຳນຽມການຊຳລະລ່າຊ້າ ຫຼື ຄ່າທໍານຽມໃນການຖອນເງິນສົດ).

ການຄິດໄລ່ຄະແນນສະສົມ ຈະແຍກຕາມການໃຊ້ຈ່າຍຂອງແຕ່ລະບັດ ໂດຍຍອດທີ່ໃຊ້ຄິດໄລ່ຈະນັບເຖິງວັນສະຫຼຸບຍອດຕາມຮອບຂອງໃບແຈ້ງຍອດບັນຊີບັດເຄຣດິດ, ເລກເສດທີ່ເກີດຈາກການຄິດໄລ່ ສາມາດລວມເປັນຄະແນນສະສົມໄດ້ ແລະ ຜູ້ຖືບັດສາມາດໃຊ້ຄະແນນສະສົມ ເພື່ອແລກຮັບຂອງທີ່ລະນຶກກັບທະນາຄານໄດ້ ພາຍຫຼັງຈາກວັນທີທີ່ທະນາຄານໄດ້ດຳເນີນການຄິດໄລ່ຄະແນນສະສົມ ແລະ ຄະແນນສະສົມດັ່ງກ່າວໄດ້ປາກົດໃນໃບແຈ້ງຍອດບັນຊີບັດເຄຣດິດ (Credit Card Statement) ຂອງຜູ້ຖືບັດແລ້ວເທົ່ານັ້ນ.

ຕົວຢ່າງ : ການຄິດໄລ່ຄະແນນສະສົມ ທີ່ລູກຄ້າໃຊ້ບັດເຄຣດິດໃນການຊື້ສິນຄ້າ ທຸກໆ 10,000 ກີບ ໄດ້ຮັບ 01 ຄະແນນ ກໍລະນີບໍ່ເຖິງ 10,000 ກີບ ບໍ່ໃຫ້ຄະແນນລູກຄ້າໃຊ້ 350,000 ກີບ ວິທີການຄິດໄລ່ຄື 350,000/10,000 ໄດ້ 35 ຄະແນນ (350,000x.0.0001=35 ຄະແນນ).

ໝາຍເຫດ : ກໍລະນີທີິ່ມີກາານຂໍຄືນ, ປ່ຽນແປງ, ຍົກເລິກ ການຊໍາລະສິນຄ້າ ແລະ ບໍລິການ ຫຼື ຮັບເງິນຄືນຈາກການຊື້ສິນຄ້າ ແລະ ບໍລິການບໍ່ວ່າຈະກໍລະນີໃດໆ ຫຼື ທະນາຄານກວດສອບພົບວ່າລາຍການດັ່ງກ່າວເປັນລາຍການໃຊ້ຈ່າຍທີ່ຜິດຈາກເງື່ອນໄຂທີ່ທະນາຄານກຳນົດ ທະນາຄານຈະຫັກຄະແນນສະສົມຕາມຈຳນວນຄະແນນທີ່ຜູ້ຖືບັດໄດ້ຮັບຈາກການໃຊ້ຈ່າຍ ຜ່ານບັດເຄຣດິດຄືນຈາກຄະແນນສະສົມທີ່ຜູ້ຖືບັດມີຢູ່ກັບທະນາຄານ.

  1. 1ຄະແນນ PHONGSAVANH MEMBER POINT ຂອງບັດຫຼັກສາມາດນໍາຄະແນນທີ່ເກີດຈາກການໃຊ້ຈ່າຍບັດເສີມມາລວມນຳໄດ້ ໂດຍສະມາຊິກບັດຫຼັກແຈ້ງການຂໍລວມຄະແນນໄປທີ່ Call center 021 711 666, 020 711 668 ກ່ອນເຮັດການແລກຊື້ ຫຼື ຊຳລະສິນຄ້າ ແລະ ບໍລິການ ຄະແນນ PHONGSAVANH MEMBER POINT ບໍ່ສາມາດໂອນໃຫ້ສະມາຊິກອື່ນໄດ້
  2. 2ຄະແນນສະສົມ PHONGSAVANH MEMBER POINT ມີອາຍຸ 3 ປີ ນັບຈາກວັນທີ່ຊື້ສິນຄ້າ ຫຼື ບໍລິການ
  3. 3ສິດການໃຊ້ຄະແນນສະສົມແລກຂອງທີ່ລະນຶກໄດ້ສະເພາະຜູ້ຖືບັດທີ່ຍັງຄົງສະຖານະພາບການເປັນສະມາຊິກບັດເຄຣດິດຂອງທະນາຄານ ໃນວັນທີ່ໃຊ້ສິດດັ່ງກ່າວ ແລະ ເປັນຜູ້ຖືບັດທີ່ຊຳລະຄ່າໃຊ້ຈ່າຍບັດເຄຣດິດກົງຕາມເງື່ອນໄຂທີ່ໄດ້ຕົກລົງໄວ້ກັບທະນາຄານເທົ່ານັ້ນ ຄະແນນສະສົມທີ່ໃຊ້ແລກຂອງທີ່ລະນຶກແລ້ວບໍ່ສາມາດຂໍຄືນໄດ້ ບໍ່ວ່າຈະກໍລະນີໃດໆກໍຕາມ
  4. 4ຄະແນນ PHONGSAVANH MEMBER POINT ຈະຖືກຍົກເລິກ ຫຼື ສິ້ນສຸດໃນກໍລະນີທີ່
    • (A) ສະມາຊິກໃຊ້ສິດນຳຄະແນນ PHONGSAVANH MEMBER POINT ແລກຂອງທີ່ລະນຶກ ຫຼື ແລກເງິນຄືນເຂົ້າບັນຊີແລ້ວ
    • (B) ທະນາຄານໃຊ້ສິດໃນການຮຽກຄືນ ຫຼື ຍົກເລິກ, ແກ້ໄຂ, ຍຸດຕິ ຫຼື ລະງັບ PHONGSAVANH MEMBER POINT ແລະ ແກ້ໄຂທຸກໆຂໍ້ໃນຂໍ້ກໍານົດ ແລະ ເງື່ອນໄຂເຫຼົ່ານີ້
    • (C) ສະມາຊິກສິ້ນສຸດໃນການເປັນສະມາຊິກ
    • (D) ສະມາຊິກເຮັດກົນອຸບາຍ, ປອມແປງ ຫຼື ໃຊ້ບັດໃນການເຮັດເປັນທຸລະກິດການຄ້າ ຫຼື ນໍາໃຊ້ບັດຜິດວັດຖຸປະສົງ ຫຼື ທຸຈະລິດ ເພື່ອໃຫ້ໄດ້ຄະແນນມາ ບໍ່ວ່າຈະທັງໝົດ ຫຼື ບາງສ່ວນກໍຕາມ
  5. 5ຄະແນນສະສົມ PHONGSAVANH MEMBER POINT ບໍ່ສາມາດແລກປ່ຽນ ຫຼື ທອນເປັນເງິນສົດໄດ້
  6. 6ທະນາຄານຂໍສະຫງວນສິດໃນການປ່ຽນແປງເງື່ອນໄຂຕ່າງໆ ລວມທັງສິດປະໂຫຍດ ໂດຍບໍ່ຕ້ອງແຈ້ງລ່ວງໜ້າ
  7. 7ຫາກມີຂໍ້ຜິດພາດ ການຕັດສິນຂອງທະນາຄານຖືເປັນທີ່ສິ້ນສຸດ

ການຍົກເລິກຄະແນນ PHONGSAVANH MEMBER POINT ຕາມຂໍ້ (D) ທະນາຄານອາດພິຈາລະນາດຳເນີນການຕາມກົດໝາຍ ເພື່ອຮຽກຄືນ ຫຼື ຍົກເລິກຄະແນນ ສິນຄ້າ ບໍລິການ ປະໂຫຍດໃດໆອັນໄດ້ຈາກການແລກຄະແນນ ລວມທັງຄ່າເສຍຫາຍທີ່ເກີດຂຶ້ນ ແລະ ອາດລວມໄປເຖິງການຍົກເລິກບັດ ຫຼື ບັນຊີບັດເຄຣດິດຂອງສະມາຊິກດ້ວຍ.

ການໃຊ້ຄະແນນສະສົມ

  • ການໃຊ້ຄະແນນແລກຂອງທີ່ລະນຶກ ຕາມຫຼັກເກນທີ່ທະນາຄານກຳນົດ
  • ການໃຊ້ຄະແນນແລກເງິນຄືນເຂົ້າບັນຊີ ຕາມຫຼັກເກນທີ່ທະນາຄານກຳນົດ

ໝາຍເຫດ

  • ກໍລະນີທີ່ສະມາຊິກຕ້ອງການຍົກເລິກບັດ ສະມາຊິກຈະຕ້ອງໃຊ້ສິດແລກຊື້ ຫຼື ແລກຊຳລະຄ່າສິນຄ້າ ແລະ ບໍລິການໃຫ້ຄົບຖ້ວນກ່ອນຍົກເລິກບັດບໍ່ຕໍ່າກວ່າ 90 ວັນ
  • ກໍລະນີສະມາຊິກບັດເສີມແມ່ນບໍ່ສາມາດໃຊ້ສິດແລກຊື້ ຫຼື ແລກຊຳລະສິນຄ້າ ແລະ ບໍລິການ ຈາກຄະແນນໃນບັນຊີບັດເຄຣດິດຂອງຕົນເອງໄດ້
  • ສະມາຊິກສາມາດກວດສອບຍອດຄະແນນຄົງເຫຼືອໃນບັນຊີບັດເຄຣດິດໄດ້ໂດຍຕິດຕໍ່ PHONGSAVANH CARDPHONE 020 711 666, 021 711 668

ວິທີການແລກຂອງທີ່ລະນຶກ

  • ລູກຄ້າສາມາດດາວໂຫຼດຟອມ FM-EBANK-HQ-58 ຫຼື ຂໍໄດ້ທີ່ສາຂາໜ່ວຍບໍລິການທົ່ວປະເທດ ແລະ ສົ່ງແບບຟອມໄດ້ທີ່ສາຂາ, ໜ່ວຍບໍລິການທົ່ວປະເທດ ແລະ ສຳເນົາບັດປະຊາຊົນ ພ້ອມເຊັນຮັບຮອງເອກະສານ

ການຕັດຄະແນນ PHONGSAVANH MEMBER POINT

ເມື່ອມີການເຮັດລາຍການໃຊ້ຄະແນນ PHONGSAVANH MEMBER POINT ແລກຊື້ ຫຼື ແລກຊໍາລະຄ່າສິນຄ້າ ແລະ ບໍລິການ ລະບົບຈະທຳການຕັດຄະແນນຕາມເງື່ອນໄຂ ແລະ ຕາມລຳດັບດັ່ງນີ້.

  1. 1ລະບົບຈະເຮັດການກວດສອບກ່ອນວ່າຄະແນນຄົງເຫຼືອຂອງສະມາຊິກມີຄ່າເປັນຈຳນວນຕິດລົບ ຫຼື ບໍ່ ຫາກມີຄ່າເປັນຈຳນວນຕິດລົບ ລະບົບຈະນຳຄະແນນທີ່ມີຄ່າຕິດລົບໄປກັກລວມກັບຄະແນນອື່ນໆທີ່ມີຄ່າເປັນຈຳນວນບວກ ເພື່ອໃຫ້ຄ່າຄະແນນຈຳນວນທີ່ຕິດລົບໝົດໄປເປັນສູນກ່ອນ
  2. 2ລະບົບຈະກວດສອບວັນໝົດອາຍຸຂອງແຕ່ລະສ່ວນຂອງຄະແນນ (Expiry Date of Bonus ID.) ທີ່ມີທັງໝົດ ໂດຍຈະເຮັດການຫັກສ່ວນຂອງຄະແນນທີ່ມີວັນໝົດອາຍຸກ່ອນ
  3. 3ກໍລະນີທີ່ມີການເຮັດລາຍການປັບປຸງຄະແນນ (Point Adjustment) ວິທີການຫັກຄະແນນຈະໃຊ້ຫຼັກການດຽວກັບການຫັກຄະແນນຂອງການແລກຊື້ ຫຼື ແລກຊຳລະຄ່າສິນຄ້າ ແລະ ບໍລິການດັ່ງກ່າວຂ້າງຕົ້ນ.
ລູກຄ້າບຸກຄົນ

ເພີ່ມເຕີມໃນ ລູກຄ້າບຸກຄົນ