ຂ້າມໄປຫາເນື້ອຫາຫຼັກ

ໜັງສືຄ້ຳປະກັນ

ຄ້ຳປະກັນສັນຍາຂອງທ່ານ

ໜັງສືຄ້ຳປະກັນ
ຜູ້ມີສິດຂໍ
ທຸກຫົວໜ່ວຍວິສາຫະກິດທີ່ດຳເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ
ວົງເງິນໃຫ້ຄ້ຳປະກັນ
ບໍ່ຈຳກັດວົງເງິນ ຂຶ້ນກັບຄວາມຕ້ອງການຂອງທຸລະກິດ
ສະກຸນເງິນໃຫ້ຄ້ຳປະກັນ
ເງິນກີບ, ບາດ ແລະ ໂດລາ

ລາຍລະອຽດໜັງສືຄ້ຳປະກັນ

1. ເປົ້າໝາຍຂອງການໃຫ້ຄ້ຳປະກັນ
  • ການອອກໜັງສືສະໜັບສະໜູນສິນເຊື່ອ.
  • ການອອກໜັງສືຄ້ຳປະກັນການປະມູນ.
  • ການອອກໜັງສືຄ້ຳປະກັນການປະຕິບັດສັນຍາ.
  • ການອອກໜັງສືຄ້ຳປະກັນການເບີກຈ່າຍເງິນລ່ວງໜ້າ.
  • ການອອກໜັງສືຄ້ຳປະກັນຜົນງານ (ຄ້ຳປະກັນຄຸນນະພາບ).
  • ການອອກໜັງສືຄ້ຳປະກັນການຊື້-ຂາຍ.
2. ຜູ້ມີສິດຂໍ

ທຸກຫົວໜ່ວຍວິສາຫະກິດທີ່ດຳເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ.

3. ວົງເງິນໃຫ້ຄ້ຳປະກັນ

ບໍ່ຈຳກັດວົງເງິນ ຂຶ້ນກັບຄວາມຕ້ອງການຂອງທຸລະກິດ.

4. ສະກຸນເງິນໃຫ້ຄ້ຳປະກັນ

ເງິນກີບ, ບາດ ແລະ ໂດລາ

5. ຫຼັກຊັບຄ້ຳປະກັນ
  • ບັນຊີເງິນຝາກຂອງທະນາຄານ ຫຼື ຂອງທະນາຄານອື່ນ.
  • ໃບຕາດິນຖາວອນທີ່ເປັນຂອບທອງ.
6. ເອກະສານປະກອບ
  • ຄຳຮ້ອງຂໍອອກໜັງສືຄ້ຳປະກັນ.
  • ແບບຟອມໜັງສືຄ້ຳປະກັນ (ຖ້າມີ).
  • ສຳເນົາໃບອະນຸຍາດດຳເນີນທຸລະກິດ.
  • ສຳເນົາໃບທະບຽນວິສາຫະກິດ.
  • ສຳເນົາໃບທະບຽນອາກອນ.
  • ສຳເນົາບັດປະຈຳຕົວ.
  • ໃບຢັ້ງຢືນທີ່ຢູ່.
  • ສຳເນົາປຶ້ມສຳມະໂນຄົວ.
  • ເອກະສານອື່ນໆ ຕາມທະນາຄານຮຽກຮ້ອງຕ້ອງການ.
  • ເອກະສານສະຫຼຸບທາງດ້ານຖານະການເງິນ, ໃບລາຍງານຜົນໄດ້ຮັບຂອງບໍລິສັດ ແລະ ການເຄື່ອນໄຫວບັນຊີເງິນຝາກຍ້ອນຫຼັງ 3 ປີ.
7. ໄລຍະເວລາ

ຕາມເງື່ອນໄຂຕົວຈິງຂອງການຄ້ຳປະກັນ.

8. ຄ່າທຳນຽມໜັງສືຄ້ຳປະກັນ

8. ຄ່າທຳນຽມໜັງສືຄ້ຳປະກັນ
ລຳດັບລາຍການຄ່າບໍລິການ
1ໜັງສືຄ້ຳປະກັນພາຍໃນປະເທດ
1.1 ການອອກໜັງສືຄ້ຳປະກັນການປະມູນລາຄາ ຫຼື ສັນຍາປະເພດຕ່າງໆ (ກໍລະນີໃຊ້ຫຼັກຊັບຄ້ຳປະກັນ)0,25% ຕໍ່ເດືອນ, ແຕ່ການເກັບຄ່າທຳນຽມ ແມ່ນຄິດຂັ້ນຕ່ຳ 3 ເດືອນ ແລະ ຕ່ຳສຸດ 120.000 ກີບ ບວກ 250.000 ກີບ ສຳລັບລົງຕີຫຼັກຊັບ ຫຼື ທຽບເທົ່າ
1.2 ການອອກໜັງສືຄ້ຳປະກັນການປະມູນລາຄາ ຫຼື ສັນຍາປະເພດຕ່າງໆ (ກໍລະນີເງິນຝາກຄ້ຳປະກັນ)0,15% ຕໍ່ເດືອນສຳລັບບັນຊີເງິນຝາກທະນາຄານອື່ນ. 0,125% ຕໍ່ເດືອນສຳລັບບັນຊີເງິນຝາກ ທພສວ. ການເກັບຄ່າທຳນຽມ ແມ່ນຄິດຂັ້ນຕ່ຳ 3 ເດືອນ ແລະ ຕ່ຳສຸດຄິດ 15 ໂດລາ ຫຼື ທຽບເທົ່າ ຂອງເງິນຝາກຄ້ຳປະກັນທັງ 2 ປະເພດ
2ໜັງສືຄ້ຳປະກັນຕ່າງປະເທດ(ອີງໃສ່ນະໂຍບາຍຂອງທະນາຄານຕົວແທນ)

9. ເອົາວົງເງິນສິນເຊື່ອຄ້ຳປະກັນການອອກ LC

9. ເອົາວົງເງິນສິນເຊື່ອຄ້ຳປະກັນການອອກ LC
ລຳດັບລາຍການຄ່າບໍລິການ
1ວົງເງິນສິນເຊື່ອບໍ່ເກີນ 800 ລ້ານກີບ, 1 ແສນໂດລາ ຫຼື 3 ລ້ານບາດ100 ໂດລາ ຕໍ່ ສະບັບ
2ວົງເງິນສິນເຊື່ອເກີນ 800 ລ້ານກີບ, 1 ແສນໂດລາ ຫຼື 3 ລ້ານບາດ1,25% ຂອງວົງເງິນອະນຸມັດ
3ເມື່ອນຳໃຊ້ວົງເງິນສິນເຊື່ອຊຳລະ LCໃຫ້ຄິດໄລ່ອັດຕາດອກເບ້ຍເງິນກູ້ຕາມ ແຕ່ລະສະກຸນໂດຍໃຫ້ນຳໃຊ້ອັດຕາດອກເບ້ຍເງິນກູ້ພື້ນຖານ + 3% ໂດຍໃຫ້ເລີ່ມຄິດໄລ່ຕັ້ງແຕ່ມື້ທີ່ນຳໃຊ້ວົງເງິນສິນເຊື່ອຊຳລະ LC
ລູກຄ້າທຸລະກິດ

ເພີ່ມເຕີມໃນ ລູກຄ້າທຸລະກິດ