ບໍລິການບັດ
ບັດເດບິດ ແລະ ບັດເຄຣດິດ

ບັດເຄຣດິດທະນາຄານພົງສະຫວັນ
ປະຫວັດຄວາມເປັນມາ ແລະ ພາບລວມຂອງທຸລະກິດບັດ
- ທະນາຄານພົງສະຫວັນຈຳກັດ (PSVB) ໄດ້ຮັບເປັນກຽດເຂົ້າເປັນສະມາຊິກຢ່າງເປັນທາງການຈາກ 4 ອົງການບັດສາກົນ ທີ່ມີຊື່ສຽງໃນໂລກ (ຈາກອົງການບັດວີຊ້າ ໃນວັນທີ 03 ເດືອນຕຸລາ ປີ 2007, ອົງການບັດມາສເຕີ້ຄາດໃນວັນທີ 03 ເດືອນ ສິງຫາ ປີ 2009, ອົງການບັດເຈຊີບີ ໃນວັນທີ 16 ເດືອນພະຈິກ ປີ 2012 ແລະ ອົງການບັດຢູນຽນເພ ໃນວັນທີ 19 ເດືອນເມສາ ປີ 2013). ພວກເຮົາປະສົບຄວາມສຳເລັດໃນການດຳເນີນການບໍລິການເພື່ອຮັບບັດ (Acquiring) ໃນທ້າຍເດືອນມັງກອນ ປີ 2010 ແລະ ພ້ອມທັງສືບຕໍ່ ດຳເນີນໂຄງການກ່ຽວກັບທຸລະກິດການອອກບັດ (Issuing) ແລະ ສາມາດເປີດໃຫ້ບໍລິການ ຢ່າງເປັນທາງການ ໃນວັນທີ 06 ເມສາ 2011.
- ດ້ວຍພື້ນຖານການນຳໃຊ້ເທັກໂນໂລຢີທີ່ທັນສະໄໝຄົບຊຸດໂດຍນຳໃຊ້ລະບົບການບໍລິຫານຈັດການບັດ, ຈາກບໍລິສັດທີ່ມີຊື່ສຽງ ບໍລິສັດຊັນກາດ, ທະນາຄານພົງສະຫວັນໄດ້ຕັ້ງເປົ້າໝາຍ ເພື່ອເປັນຜູ້ນຳ ໃນຕະຫຼາດຊຳລະສະສາງຜ່ານບັດສາກົນ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
- ທະນາຄານພົງສະຫວັນໄດ້ອອກບັດວີຊ້າ/ມາສເຕີ້ສາກົນ ທີ່ມີຄຸນສົມບັດສອດຄ່ອງກັບມາດຕະຖານສາກົນ ແລະ ຕາມມາດຕະຖານ ຂອງອົງການບັດວີຊ້າ ແລະ ມາສເຕີ້ຄາດ.
- ບັດເຄຣດິດວີຊ້າ/ມາສເຕີ້ຄາດທີ່ອອກໂດຍທະນາຄານພົງສະຫວັນ ໃຫ້ກັບລູກຄ້າແມ່ນໃຊ້ສຳລັບ ການຊຳລະສະສາງ ແລະ ສາມາດນຳໃຊ້ໃນຊ່ອງບໍລິການທົ່ວໂລກ ເຊິ່ງສາມາດອຳນວຍຄວາມສະດວກໃນການເບີກເງິນເກີນບັນຊີ, ການຊື້ສິນຄ້າ, ການເບີກເງິນສົດລ່ວງໜ້າຢູ່ເຄົາເຕີ້ ແລະ ຖອນເງິນສົດຈາກຕູ້ເອທີເອັມ ເຊິ່ງເຮັດໃຫ້ລູກຄ້າເພິ່ງພໍໃຈໃນການໃຊ້ບັດທຸກທີ່ທຸກເວລາ.
- ນອກຈາກນັ້ນທ່ານຂໍສະໝັກຂໍບັດເພີ່ມໄດ້ໃນບັນຊີບັດຂອງທ່ານໂດຍເອີ້ນວ່າ ບັດເສີມ ສາມາດອອກໃຫ້ສຳລັບບຸກຄົນໜຶ່ງ ຫຼື ຫຼາຍຄົນ ຂຶ້ນກັບຜູ້ທີ່ທ່ານເລືອກໃຫ້ເປັນສະມາຊິກບັດເສີມ. ເຖິງຢ່າງໃດກໍ່ຕາມທ່ານຕ້ອງຮັບຜິດຊອບຕໍ່ຄ່າທຳນຽມ ແລະ ຄ່າໃຊ້ຈ່າຍຕ່າງໆທັງໝົດທີ່ ສະມາຊິກບັດເສີມໄດ້ເຮັດທຸລະກຳຂຶ້ນ. ທ່ານສາມາດກຳນົດວົງເງິນຂອງສະມາຊິກບັດເສີມ ໃຫ້ນ້ອຍກວ່າວົງເງິນບັດຫຼັກຂອງທ່ານກໍ່ໄດ້.
ຊ່ອງທາງຊຳລະບັດເຄຣດິດ
- ທ່ານສາມາດຊຳລະດ້ວຍເງິນສົດ ຢູ່ທີ່ປ່ອງບໍລິການ ທະນາຄານພົງສະຫວັນ ຈຳກັດທົ່ວປະເທດ.
- ທ່ານສາມາດຊຳລະເງິນດ້ວຍການຕັດບັນຊີອັດຕະໂນມັດ
- ທ່ານສາມາດຊຳລະເງິນຜ່ານຕູ້ ເອທີເອັມ ຂອງ ທະນາຄານ ພົງສະຫວັນ ທົ່ວປະເທດ
ເອກະສານ
ບັດເອທີເອັມ
ບັດເອທີເອັມແມ່ນ ບັດທີ່ໃຊ້ແທນເງິນສົດ ເຊັ່ນ: ຖອນເງິນສົດຜ່ານຕູ້ ATM ທະນາຄານພົງສະຫວັນ ແລະ ທະນາຄານກຸງເທບ (ປະເທດໄທ), ໃຊ້ຊຳລະສິນຄ້າ ຫຼື ບໍລິການຢູ່ຮ້ານຄ້າທີ່ເປັນສະມາຊິກເຄື່ອງຮູດບັດ POS/EDC ກັບທະນາຄານພົງສະຫວັນ, ພ້ອມທັງຮັບສ່ວນຫຼຸດພິເສດ 5%-50% ເມື່ອໃຊ້ຊຳລະສິນຄ້າ ແລະ ບໍລິການ ຕາມຮ້ານຄ້າທີ່ເຂົ້າຮ່ວມໂຄງການ ກັບທະນາຄານພົງສະຫວັນ, ນຳໃຊ້ສະດວກສະບາຍ ແລະ ຍັງສາມາດຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS Banking, WhatsApp/Telegram ຫຼື HiApp ຂອງທະນາຄານພົງສະຫວັນ.
ປະເພດບັດ
ບັດເອທີເອັມມີ 2 ປະເພດຄື: ບັດຂຽວ ແລະ ບັດຄຳ.
| ປະເພດບັດ | Green | Gold |
|---|---|---|
| ATM Card | ມີ | ມີ |
- ບັດຂຽວ : ໂອນ-ຖອນເງິນສົດຜ່ານຕູ້ ATM ທະນາຄານພົງສະຫວັນ 10,000,000 ກີບ/ມື້.
- ບັດຄຳ : ໂອນ-ຖອນເງິນສົດຜ່ານຕູ້ ATM ທະນາຄານພົງສະຫວັນ 20,000,000 ກີບ/ມື້.
ຜົນປະໂຫຍດທີ່ໄດ້ຮັບ
- ໃຊ້ແທນເງິນສົດ, ຊຳລະຄ່າສິນຄ້າ ຫຼື ບໍລິການຕາມຫ້າງຮ້ານ ແລະ ຈຸດບໍລິການຕ່າງໆຜ່ານເຄື່ອງຮູດບັດ POS/EDC ຂອງທະນາຄານພົງສະຫວັນ.
- ໃຊ້ເບີກຖອນເງິນສົດທີ່ຕູ້ ATM ທະນາຄານພົງສະຫວັນ ແລະ ຕູ້ ATM ທະນາຄານກຸງເທບ (ປະເທດໄທ) ໄດ້ຕະຫຼອດ 24 ຊົ່ວໂມງ.
- ຊຳລະຄ່າຮຽນ ຫຼື ໃຊ້ຊຳລະຜ່ານເຄື່ອງຮູດບັດ POS/EDC ຕາມຮ້ານຄ້າສະມາຊິກ ທະນາຄານພົງສະຫວັນ.
- ສາມາດຮັບສ່ວນຫຼຸດຈາກຮ້ານຄ້າທີ່ເຂົ້າຮ່ວມໂຄງການ 5%-50% (ຕາມເງື່ອນໄຂທີ່ຮ້ານຄ້າກຳນົດໃນແຕ່ລະໄລຍະ).
- ເງື່ອນໄຂໃນການສະໝັກ
- ເປີດບັນຊີຝາກປະຢັດ, ບັນຊີຮ່ວມ ແລະ ບັນຊີສ່ວນບຸກຄົນ ຕາມລະບຽບເງື່ອນໄຂ.
- ເອກະສານປະກອບ
- ສຳເນົາບັດປະຈຳຕົວ (ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍ່ໝົດອາຍຸ; ສຳມະໂນຄົວ (Family book)
ບັດເດບິດ
ບັດເດບິດແມ່ນ ບັດທີ່ໃຊ້ແທນເງິນສົດ ເຊັ່ນ: ຖອນເງິນສົດຜ່ານຕູ້ ATM, ໃຊ້ຊຳລະສິນຄ້າ ຫຼື ບໍລິການ ຕາມຮ້ານຄ້າທີ່ເປັນສະມາຊິກເຄື່ອງຮູດບັດທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດໄດ້ທົ່ວໂລກ, ພ້ອມທັງຮັບສ່ວນຫຼຸດພິເສດ 5%–50% ເມື່ອໃຊ້ຊຳລະສິນຄ້າ ແລະ ບໍລິການ ຕາມຮ້ານຄ້າທີ່ເຂົ້າຮ່ວມໂຄງການ ກັບທະນາຄານພົງສະຫວັນ, ນຳໃຊ້ສະດວກສະບາຍ ແລະ ຍັງສາມາດຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS Banking, WhatsApp/Telegram ຫຼື HiApp ຂອງທະນາຄານພົງສະຫວັນ.
ປະເພດບັດ
ບັດເດບິດມີ 2 ປະເພດຄື: ບັດ Visa ແລະ UnionPay.
| ປະເພດບັດ | Classic | Gold |
|---|---|---|
| VISA-DEBIT | ມີ | ມີ |
| UPI-DEBIT | ມີ | – |
- ບັດ VISA Debit Classic ແລະ ບັດ UnionPay Debit Classic: ໂອນ-ຖອນເງິນສົດຜ່ານຕູ້ ATM ທະນາຄານພົງສະຫວັນ 15,000,000 ກີບ/ມື້.
- ບັດ VISA Debit Gold: ໂອນ-ຖອນເງິນສົດຜ່ານຕູ້ ATM ທະນາຄານພົງສະຫວັນ 20,000,000 ກີບ/ມື້.
ຜົນປະໂຫຍດທີ່ໄດ້ຮັບ
- ໃຊ້ແທນເງິນສົດ, ຊຳລະຄ່າສິນຄ້າ ຫຼື ບໍລິການຕາມຫ້າງຮ້ານ ແລະ ຈຸດບໍລິການຕ່າງໆຜ່ານເຄື່ອງຮູດບັດ POS/EDC ທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດໄດ້ທົ່ວໂລກ.
- ໃຊ້ຊຳລະສະສາງຜ່ານທາງ Online ທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດ.
- ໃຊ້ເບີກຖອນເງິນສົດຜ່ານຕູ້ ATM ທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດໄດ້ທົ່ວໂລກ.
- ສາມາດຮັບສ່ວນຫຼຸດຈາກຮ້ານຄ້າທີ່ເຂົ້າຮ່ວມໂຄງການ 5-50% (ຕາມເງື່ອນໄຂທີ່ຮ້ານຄ້າກຳນົດໃນແຕ່ລະໄລຍະ).
- ໄດ້ຮັບສິດທິພິເສດທຸກຊ່ວງໄລຍະໂປຣໂມຊັນ.
ເງື່ອນໄຂໃນການສະໝັກ
- ເປີດບັນຊີຝາກປະຢັດ ແລະ ບັນຊີສ່ວນບຸກຄົນ ຕາມລະບຽບເງື່ອນໄຂ.
- ບັດ VISA Debit Gold ຕ້ອງເປີດບັນຊີຂັ້ນຕ່ຳ 100 ລ້ານກີບ.
- ເອກະສານປະກອບ
- ສຳເນົາບັດປະຈຳຕົວ (ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍ່ໝົດອາຍຸ
ບັດເຄຣດິດ
ບັດເຄຣດິດແມ່ນບັດສິນເຊື່ອ ເຊັ່ນ: ໃຊ້ຖອນເງິນສົດຜ່ານຕູ້ ATM ແລະ ປ່ອງບໍລິການທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດໄດ້ທົ່ວໂລກ, ໃຊ້ຊຳລະສິນຄ້າ ຫຼື ບໍລິການ ຕາມຮ້ານຄ້າທີ່ເປັນສະມາຊິກເຄື່ອງຮູດບັດທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດໄດ້ທົ່ວໂລກ, ພ້ອມທັງຮັບສ່ວນຫຼຸດພິເສດ 5%–50% ເມື່ອໃຊ້ຊຳລະສິນຄ້າ ຫຼື ບໍລິການ ຕາມຮ້ານຄ້າທີ່ເຂົ້າຮ່ວມໂຄງການກັບທະນາຄານພົງສະຫວັນ, ໄດ້ສະສົມຄະແນນເພື່ອແລກຮັບຂອງລາງວັນ, ມີໄລຍະເວລາປອດດອກເບ້ຍສູງສຸດເຖິງ 20-49 ມື້, ເລືອກຈ່າຍໄດ້ສູງສຸດເຖິງ 24 ເດືອນ, ໄດ້ສິດທິພິເສດທຸກຊ່ວງໄລຍະເວລາໂປຣໂມຊັ່ນ, ນຳໃຊ້ສະດວກສະບາຍ, ສາມາດຕິດຕາມລາຍການເຄື່ອນໄຫວ ແລະ ໃບແຈ້ງສະຖານະການເງິນລາຍເດືອນ (Statement) ຜ່ານບໍລິການແຈ້ງເຕືອນ WhatsApp/Telegram
ປະເພດບັດ
ບັດເຄຣດິດມີ 4 ປະເພດຄື: Visa, MasterCard, JCB ແລະ UnionPay.
| ປະເພດບັດ | Classic | Gold |
|---|---|---|
| VISA | ມີ | ມີ |
| MASTER | ມີ | ມີ |
| JCB | ມີ | ມີ |
| UPI | ມີ | – |
ຜົນປະໂຫຍດທີ່ໄດ້ຮັບ
- ໃຊ້ແທນເງິນສົດ, ຊຳລະຄ່າສິນຄ້າ ຫຼື ບໍລິການຕາມຫ້າງຮ້ານ ແລະ ຈຸດບໍລິການຕ່າງໆຜ່ານເຄື່ອງຮູດບັດ POS/EDC ທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດໄດ້ທົ່ວໂລກ.
- ໃຊ້ຊຳລະສະສາງຜ່ານທາງ Online ທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດ.
- ໃຊ້ເບີກຖອນເງິນສົດຜ່ານຕູ້ ATM ແລະ ປ່ອງບໍລິການທະນາຄານ ທີ່ມີເຄື່ອງໝາຍສັນຍະລັກຕາມໜ້າບັດໄດ້ທົ່ວໂລກ.
- ສາມາດຮັບສ່ວນຫຼຸດຈາກຮ້ານຄ້າທີ່ເຂົ້າຮ່ວມໂຄງການ 5-50% (ຕາມເງື່ອນໄຂທີ່ຮ້ານຄ້າກຳນົດໃນແຕ່ລະໄລຍະ).
- ໄດ້ຮັບສິດທິພິເສດທຸກຊ່ວງໄລຍະໂປຣໂມຊັນ.
- ໄດ້ສະສົມຄະແນນເພື່ອແລກຮັບຂອງລາງວັນ.
- ເລືອກຈ່າຍໄດ້ສູງສຸດເຖິງ 24 ເດືອນ.
ເງື່ອນໄຂໃນການສະໝັກ
- ຜູ້ຖືບັດຫຼັກ ມີອາຍຸ 21-60 ປີ ແລະ ບັດເສີມມີອາຍຸ 18 ປີຂຶ້ນໄປ.
- ອາຍຸງານ 2 ປີຂຶ້ນໄປ.
- ລາຍຮັບຕໍ່ເດືອນຂັ້ນຕ່ຳ 3 ລ້ານກີບຂຶ້ນໄປ ຫຼື ທຽບເທົ່າ 300 ໂດລາສະຫະລັດ ສຳລັບບັດເງິນ.
- ລາຍຮັບຕໍ່ເດືອນຂັ້ນຕ່ຳ 8 ລ້ານກີບຂຶ້ນໄປ ຫຼື ທຽບເທົ່າ 1,000 ໂດລາສະຫະລັດ ສຳລັບບັດຄຳ.
- ອາຊີບຂ້າລາຊະການ, ພະນັກງານປະຈຳ ຫຼື ເຈົ້າຂອງກິດຈະການ.
ເອກະສານປະກອບ
ເອກະສານປະກອບ ການສະໝັກ ສຳລັບພະນັກງານປະຈຳ
- ສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນ (Passport).
- ສຳເນົາປຶ້ມສຳມະໂນຄົວ.
- ໃບຢັ້ງຢືນທີ່ຢູ່.
- ໃບຢັ້ງຢືນການເປັນພະນັກງານ, ໃບຢັ້ງຢືນເງິນເດືອນ ຫຼື ຕາຕະລາງຮັບເງິນເດືອນ ຫຼື ເອກະສານທີ່ສະແດງລາຍໄດ້ຂອງເງິນເດືອນ
- ລາຍລະອຽດການເຄື່ອນໄຫວບັນຊີເງິນເດືອນຍ້ອນຫຼັງ 3 ເດືອນ (Statement).
ເອກະສານປະກອບ ການສະໝັກ ສຳລັບເຈົ້າຂອງກິດຈະການ
- ສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນ (Passport).
- ສຳເນົາປຶ້ມສຳມະໂນຄົວ.
- ໃບຢັ້ງຢືນທີ່ຢູ່.
- ສຳເນົາໃບທະບຽນວິສາຫະກິດ (ສ້າງຕັ້ງທຸລະກິດຢ່າງນ້ອຍຕ້ອງບໍ່ຫຼຸດ 2 ປີ).
- ໃບທະບຽນອາກອນ.
- ລາຍລະອຽດການເຄື່ອນໄຫວບັນຊີ ຍ້ອນຫຼັງ 12 ເດືອນ (Statement).
- ບິນຊື້, ບິນຂາຍ, ປຶ້ມບັນທຶກ ຫຼື ເອກະສານທີ່ສະແດງລາຍໄດ້ອື່ນໆ ຍ້ອນຫຼັງ 6 ເດືອນ (ຖ້າມີ).
ເອກະສານປະກອບ ການສະໝັກ ສຳລັບໃຊ້ເງິນຝາກຄ້ຳປະກັນ
- ສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນ (Passport).
- ສຳເນົາປຶ້ມສຳມະໂນຄົວ.
- ໃບຢັ້ງຢືນທີ່ຢູ່.
- ບັນຊີເງິນຝາກທະນາຄານພົງສະຫວັນ ຈຳກັດ ສຳລັບເງິນຝາກຄ້ຳປະກັນ
ເອກະສານປະກອບ ບັດເສີມ
- ສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນ (Passport).
- ສຳເນົາປຶ້ມສຳມະໂນຄົວ.
1. ຄ່າທຳນຽມບັດເອທີເອັມ
| ລຳດັບ | ລາຍການ | ຄ່າບໍລິການ |
|---|---|---|
| 1 | ຄ່າສະມັກສະມາຊິກ | 30.000 ກີບ/ບັດ ສຳລັບບັດຂຽວ. 50.000 ກີບ/ບັດ ສຳລັບບັດຄຳ. |
| 2 | ຄ່າທຳນຽມປະກອບຮູບເທິງບັດທຸກປະເພດ | ຄ່າສະມັກສະມາຊິກ+30.000 ກີບ |
| 3 | ຄ່າທຳນຽມອອກບັດດ່ວນທຸກປະເພດ | ຄ່າສະມັກສະມາຊິກ + 20.000 ກີບ |
| 4 | ຄ່າທຳນຽມອອກບັດດ່ວນທຸກປະເພດມີຮູບ | ຄ່າທຳນຽມອອກບັດດ່ວນທຸກປະເພດ + 30.000 ກີບ |
| 5 | ປ່ຽນບັດໃໝ່ | 30.000 ກີບ/ບັດ ສຳລັບບັດຂຽວ. 50.000 ກີບ/ບັດ ສຳລັບບັດຄຳ. |
| 6 | ອອກລະຫັດຄືນໃໝ່ | 30.000 ກີບ/ບັດ. 40.000 ກີບ/ບັດ (ດ່ວນພາຍໃນວັນ). |
| 7 | ເປີດບັດເພີ່ມ | 30.000 ກີບ/ບັດ ສຳລັບບັດຂຽວ. 50.000 ກີບ/ບັດ ສຳລັບບັດຄຳ. |
| 8 | ຄ່າທຳນຽມລາຍເດືອນ | 3.000 ກີບ, 0,4 ໂດລາ ແລະ 13 ບາດ |
| 9 | ຖອນເງິນສົດຜ່ານຕູ້ ATM ທະນາຄານກຸງເທບທີ່ປະເທດໄທ | ສຳລັບບັດ ATM ທີ່ເຊື່ອມຕໍ່ກັບບັນຊີສະກຸນເງິນກີບ ເກັບ 1% ຕ່ຳສຸດ 10,000 ກີບ, ສູງສຸດ 100,000 ກີບ ສຳລັບບັດ ATM ທີ່ເຊື່ອມຕໍ່ກັບບັນຊີສະກຸນເງິນບາດ ເກັບ 1% ຕ່ຳສຸດ 25 ບາດ, ສູງສຸດ 150 ບາດ ສຳລັບບັດ ATM ທີ່ເຊື່ອມຕໍ່ກັບບັນຊີສະກຸນເງິນໂດລາ ບໍ່ເກັບ |
| 10 | ກວດຍອດເງິນຜ່ານຕູ້ ATM ທະນາຄານກຸງເທບທີ່ປະເທດໄທ | 10.000 ກີບ, 0,5 ໂດລາ ແລະ 14 ບາດ |
2. ຄ່າທຳນຽມບັດເດບິດສາກົນ VISA & UPI
| ລຳດັບ | ລາຍການ | ຄ່າບໍລິການ |
|---|---|---|
| 1 | ຄ່າສະໝັກສະມາຊິກ | 200,000 (ຍົກເວັ້ນບັດທີ່ເຊື່ອມຕໍ່ກັບບັນຊີສະກຸນເງິນໂດລາ) |
| 2 | ເປີດບັດເພີ່ມ | 150.000 ກີບ |
| 3 | ຄ່າທຳນຽມລາຍເດືອນ | ບັດ UPI Debit ເກັບ 9.000 ກີບ, 1 ໂດລາ ແລະ 30 ບາດ. ບັດ VISA Debit ເກັບ 20.000 ກີບ, 1.6 ໂດລາ ແລະ 50 ບາດ. |
| 4 | ປ່ຽນບັດໃໝ່ | 150.000 ກີບ |
| 5 | ຄ່າທຳນຽມອອກບັດດ່ວນທຸກປະເພດ | ຄ່າສະມັກສະມາຊິກ + 20.000 ກີບ |
| 6 | ອອກລະຫັດຄືນໃໝ່ | 30.000 ກີບ/ຄັ້ງ. 40.000 ກີບ/ຄັ້ງ (ດ່ວນພາຍໃນວັນ) |
| 7 | ການເໜັງຕີງຂອງອັດຕາແລກປ່ຽນ | 1% |
| 8 | ຄ່າກວດສອບລາຍການ | ຂຶ້ນກັບການຮຽກເກັບຈາກຕ່າງປະເທດ |
| 9 | ຖອນເງິນສົດຕ່າງທະນາຄານ | 3% ຫຼື 50,000 ກີບ, 6 ໂດລາ ແລະ 200 ບາດ |
| 10 | ກວດຍອດເງິນ | 10.000 ກີບ, 0,5 ໂດລາ ແລະ 16 ບາດ |
| 11 | ກຳນົດວົງເງິນນຳໃຊ້ຕໍ່ວັນ | 20,000,000ກີບ/ບັດ/ວັນ ສຳລັບບັດຄຳ 10,000,000ກີບ/ບັດ/ວັນ ສຳລັບບັດເງິນ |
3. ຄ່າທຳນຽມບັດເຄຣດິດ VISA, MASTER, JCB & UPI
| ລຳດັບ | ລາຍການ | ຄ່າບໍລິການ |
|---|---|---|
| 1 | ຄ່າສະໝັກສະມາຊິກ | 200.000 ກີບ ສຳລັບບັດເງິນ 400.000 ກີບ ສຳລັບບັດຄຳ |
| 2 | ຄ່າທຳນຽມລາຍປີ | 300.000 ກີບ ສຳລັບບັດເງິນ 500.000 ກີບ ສຳລັບບັດຄຳ 300,000 ກີບ Co-Branding |
| 3 | ຄ່າທຳນຽມບັດເສີມ | |
| 3.1 ຄ່າສະໝັກສະມາຊິກ | ບໍ່ເກັບ | |
| 3.2 ຄ່າທຳນຽມລາຍປີ | 250.000 ກີບ ສຳລັບບັດເງິນ. 300.000 ກີບ ສຳລັບບັດຄຳ. | |
| 4 | ຄ່າທຳນຽມບໍລິການ | |
| 4.1 ອັດຕາດອກເບ້ຍ. | 18%/ປີ | |
| 4.2 ປ່ຽນບັດໃໝ່. | 150.000 ກີບ VISA, MASTER, JCB & UPI. 200,000ກີບ Co-Branding | |
| 4.3 ອອກລະຫັດຄືນໃໝ່. | 20,000 ກີບ ສຳລັບບັດເງິນ. 30,000 ກີບ ສຳລັບບັດຄຳ. | |
| 4.4 ອອກລະຫັດຄືນໃໝ່ (ດ່ວນພາຍໃນມື້) | ຄ່າທຳນຽມອອກລະຫັດ+40.000 ກີບ | |
| 4.5 ຖອນເງິນສົດ | ຖອນຢູ່ທະນາຄານພົງສະຫວັນ ອັດຕາ3% ຫຼື ຕ່ຳສຸດ 50,000 ກີບ/ລາຍການ. ຖອນຢູ່ຕ່າງທະນາຄານ ອັດຕາ3% ຫຼື ຕ່ຳສຸດ 50,000 ກີບ/ລາຍການ. ຖອນໄດ້ສູງສຸດ 75% ຂອງວົງເງິນໃນບັດ. | |
| 4.6 ຊຳລະຄືນຕົ້ນທຶນຕ່ຳສຸດຕໍ່ເດືອນ | 10% ຂອງຍອດເຫຼືອ ຫຼື ຕ່ຳສຸດບໍ່ໃຫ້ຫຼຸດ 250.000 ກີບ | |
| 4.7 ຊຳລະຊັກຊ້າ | 1% ຂອງຍອດຊຳລະຂັ້ນຕ່ຳພາຍໃນເດືອນ (ບໍ່ຫຼຸດ 25.000 ກີບ/ເດືອນ ແລະ ບໍ່ເກີນ 150.000 ກີບ) | |
| 4.8 ຊ່ວງໄລຍະປອດດອກເບ້ຍ | 20 ມື້ ໄລຍະເວລາປອດດອກເບ້ຍແມ່ນສະເພາະລາຍການຊື້-ຂາຍ ສ່ວນລາຍການຮູດເງິນສົດແມ່ນຄິດໄລ່ດອກເບ້ຍແຕ່ມື້ມີລາຍການ (grace days -2) | |
| 4.9 ການເໜັງຕີງຂອງອັດຕາແລກປ່ຽນ | 1% | |
| 4.10 ຂໍໃບແຈ້ງຖານະການເງິນຍ້ອນຫຼັງ | 20,000 ກີບ/ບັດ/ຮອບບິນ | |
| 4.11 ຂໍເພີ່ມວົງເງິນຊົ່ວຄາວ | 40,000 ກີບ/ລາຍການ | |
| 4.12 ນຳໃຊ້ເກີນວົງເງິນ | 40,000 ກີບ/ຮອບບິນ | |
| 4.13 ຂໍຍ້າຍເງິນຈາກບັດໄປຫາບັດ | 5,000 ກີບ/ລາຍການ | |
| 4.14 ຂໍລາຍການເຄື່ອນໄຫວບັດກ່ອນຮອບບິນ | 20,000 ກີບ/ບັດ/ຄັ້ງ | |
| 4.15 ຄ່າກວດສອບລາຍການ | ຂຶ້ນກັບການຮຽກເກັບຈາກຕ່າງປະເທດ | |
| 4.16 ຄ່າບໍລິຫານຈັດການເງິນຕາ (ກໍລະນີນຳໃຊ້ບັດຢູ່ຕ່າງທະນາຄານທັງພາຍໃນ ແລະ ຕ່າງປະເທດ) | 0% ອີງຕາມແຈ້ງການຂອງທະນາຄານແຕ່ລະໄລຍະ (ຂຶ້ນກັບການເໜັງຕີງອັດຕາແລກປ່ຽນ) | |
| 5 | ກຳນົດວົງເງິນນຳໃຊ້ຕໍ່ວັນ | 20,000,000ກີບ/ບັດ/ວັນ ສຳລັບບັດຄຳ 10,000,000ກີບ/ບັດ/ວັນ ສຳລັບບັດເງິນ |
4. ຄ່າທຳນຽມຮັບບັດ
| ລຳດັບ | ລາຍການ | ຄ່າບໍລິການ |
|---|---|---|
| 1 | ຄ່າທຳນຽມຖອນເງິນສົດ ສຳລັບບັດຕ່າງປະເທດ ແລະ ບັດພາຍໃນປະເທດຂອງທະນາຄານອື່ນ | ຢູ່ຕູ້ເອທີເອັມ: 2% ຫຼື ຕ່ຳສຸດ 20,000 ກີບ/ລາຍການ; ສູງສຸດ 40,000 ກີບ/ລາຍການ ຢູ່ເຄົາເຕີ້: 2,5% ຫຼື ຕ່ຳສຸດ 20.000 ກີບ/ລາຍການ |
| 2 | ຄ່າທຳນຽມເກັບນຳຮ້ານຄ້າ | |
| 2.1 ບັດທີ່ບໍ່ໄດ້ອອກໂດຍ PSVB | 2%-3%/ລາຍການ (ຂຶ້ນກັບແຕ່ລະຮ້ານຄ້າ) | |
| 2.2 ບັດ Credit ທີ່ອອກໂດຍ PSVB | 0%-1%/ລາຍການ (ຂຶ້ນກັບແຕ່ລະຮ້ານຄ້າ) | |
| 2.3 ບັດເອທີເອັມຂອງ PSVB | 0%-1%/ລາຍການ (ຂຶ້ນກັບແຕ່ລະຮ້ານຄ້າ) | |
ການເກັບຮັກສາບັດ
ຄວາມຮັບຜິດຊອບໃນການເກັບຮັກສາບັດ ແມ່ນຂຶ້ນຢູ່ກັບທ່ານເອງ. ໃນນີ້ແມ່ນມີຂັ້ນຕອນ ທີ່ທ່ານສາມາດນຳໃຊ້ ເພື່ອ ໃຫ້ແນ່ໃຈວ່າ ບັດຂອງທ່ານປອດໄພ ເມື່ອທ່ານໃຊ້ບັດ.
- ຊຳລະເງິນທີ່ເຄົາເຕີ້. ວິທີນີ້ແມ່ນຈະຫຼຸດຜ່ອນຄວາມສ່ຽງ ໃນການລັກເອົາຂໍ້ມູນບັດຂອງທ່ານໂດຍພະນັກງານເສີບ, ຫຼື ເຮັດລາຍການດ້ວຍບັດຂອງທ່ານໂດຍບໍ່ໄດ້ຮັບອະນຸມັດຈາກທ່ານ. ຖ້າທ່ານຈຳເປັນຕ້ອງໄດ້ເອົາບັດຂອງທ່ານໃຫ້ພະນັກງານເສີບ ຫຼື ພະນັກງານຂາຍ, ພະຍາຍາມໃຫ້ບັດຢູ່ໃນສາຍຕາ ຂອງທ່ານຕະຫຼອດເວລາ.
- ກວດກາເບິ່ງບັດຂອງທ່ານທັນທີທີ່ໄດ້ຮັບບັດຄືນ. ມີບາງຄັ້ງທີ່ພະນັກງານ ພະຍາຍາມທີ່ຈະລັກບັດຂອງທ່ານ ໂດຍການ ສົ່ງບັດອື່ນ ເຊິ່ງແມ່ນບັດທີ່ໃຊ້ບໍ່ໄດ້ໃຫ້ທ່ານແທນ ໂດຍບັດທີ່ສົ່ງຄືນຈະເປັນບັດທີ່ມີຍີ່ຫໍ້ ແລະ ຊື່ຂອງທະນາຄານ ຜູ້ອອກບັດ ແບບດຽວກັບບັດຂອງທ່ານ. ດັ່ງນັ້ນທ່ານຕ້ອງກວດເບິ່ງບັດທີ່ສົ່ງຄືນໃຫ້ທ່ານ ວ່າແມ່ນບັດຂອງທ່ານແທ້ຫຼືບໍ່.
- ລະວັງການສໍ້ໂກງເລື່ອງເງິນທິບ. ການສໍ້ໂກງເກີດຂຶ້ນ ເມື່ອພະນັກງານປ່ຽນຈຳນວນເງິນທິບ ຕອນທີ່ກົດຈຳນວນເງິນໃນ ເຄື່ອງຄິດໄລ່ເງິນ ຫຼື ເຄື່ອງຮູດບັດ.
- ໃຫ້ລະມັດລະວັງໃນການຖືກຄັດລອກລະຫັດ ແລະ ຂໍ້ມູນຕ່າງໆ ຈາກບັດຂອງທ່ານ ໃນຂະນະທີ່ທ່ານໃຊ້ບັດ ຢູ່ຕູ້ ATM ໂດຍການສັງເກດຄວາມຜິດປົກກະຕິຂອງເຄື່ອງ ATM ແລະ ບ່ອນກົດ “PIN”. ຖ້າຕູ້ ATM ຫຼື ບ່ອນກົດ “PIN” ເບິ່ງຄືມີສະພາບເກົ່າ ຫຼື ແຕກຕ່າງອອກໄປ, ບໍ່ໃຫ້ນຳໃຊ້. ຜູ້ທີ່ທຳການທຸດຈະລິດໂດຍວິທີນີ້ (Skimmer) ສ່ວນໃຫຍ່ ຈະຕິດເຄື່ອງມືໄວ້ຕູ້ ATM ຫຼື ບ່ອນກົດ “PIN” ໂດຍສະເພາະເຄື່ອງທີ່ບໍ່ໄດ້ ຮັບການເບິ່ງແຍງຈາກຜູ້ຮັບຜິດຊອບ, ເພື່ອທີ່ຈະລັກເອົາລະຫັດ ຂໍ້ມູນຕ່າງໆ ໃນແຖບແມ່ເຫຼັກ.
- ບໍ່ຕອບອີເມວທີ່ຂໍຊາບລາຍລະອຽດຂອງບັດເຄຣດິດ ຫຼື ຂໍ້ມູນສ່ວນຕົວຂອງທ່ານ. ຜູ້ສໍ້ໂກງໃຊ້ວິທີທີ່ເອີ້ນວ່າ “Phishing”, ຫຼື ບາງທີກໍ່ເອີ້ນວ່າ “carding” ຫຼື “brand spoofing” ເຊິ່ງແມ່ນການສ້າງ ໜ້າເວັບເຊິ່ງມີຮູບແບບ ແລະ ຂໍ້ຄວາມທີ່ຄ້າຍຄືເວັບໄຊ້ website ທີ່ຖືກຕ້ອງຕາມກົດໝາຍ. ໜ້າເວັບປອມເຫຼົ່ານີ້ແມ່ນ ໃຊ້ເພື່ອຫຼອກລວງ ໃຫ້ຜູ້ໃຊ້ເວັບເຂົ້າໃຈຜິດວ່າເປັນເວັບແທ້ ແລະ ສົ່ງຂໍ້ມູນສ່ວນຕົວ, ຂໍ້ມູນທາງການເງິນ ຫຼື ຂໍ້ມູນລະຫັດ ແລະ ຖາມກ່ຽວກັບຂໍ້ມູນຕ່າງໆ ເຊັ່ນ: ເລກບັດເຄຣດິດ, ຂໍ້ມູນບັນຊີຂອງທະນາຄານ ແລະ ລະຫັດ ທີ່ໃຊ້ເພື່ອການເຮັດການສໍ້ໂກງ.
ສິ່ງທີ່ຄວນປະຕິບັດ ແລະ ບໍ່ຄວນປະຕິບັດ
| ສິ່ງທີ່ຄວນປະຕິບັດ | ສິ່ງທີ່ບໍ່ຄວນປະຕິບັດ |
|---|---|
| ເຊັນລາຍເຊັນຂອງທ່ານ ໃສ່ແຖບລາຍເຊັນຂອງບັດໃໝ່ ຂອງທ່ານ ທັນທີທີ່ທ່ານໄດ້ຮັບບັດ | ບໍ່ເກັບເລກລະຫັດ “PIN” ໄວ້ກັບບັດເຄຣດິດຂອງທ່ານ |
| ເມື່ອທ່ານສ້າງ ເລກລະຫັດ PIN, ໃຫ້ເລືອກລະຫັດທີ່ ທ່ານສາມາດຈື່ໄດ້ງ່າຍ ແຕ່ຫຼີກລ້ຽງຕົວເລກທີ່ຜູ້ອື່ນສາມາດ ຄາດເດົາໄດ້ ເຊັ່ນ: ເບີໂທລະສັບ, ວັນເດືອນປີເກີດ ຫຼື ເລກທະບຽນລົດ | ບໍ່ບອກເລກລະຫັດ "PIN" ແກ່ຜູ້ອື່ນ. ທ່ານເປັນພຽງຄົນດຽວທີ່ຄວນຮູ້ເລກລະຫັດນີ້ |
| ເກັບຮັກສາບັນທຶກຕ່າງໆ ຂອງບັດເຄຣດິດ ແລະ ຂໍ້ມູນບັນຊີ ໄວ້ນຳກັນກັບ ຂໍ້ມູນສຳລັບຕິດຕໍ່ກັບທະນາຄານ ຜູ້ອອກບັດ ແລະ ເກັບໄວ້ບ່ອນທີ່ປອດໄພ | ບໍ່ບັນທຶກ ຫຼື ຂຽນລະຫັດ “PIN” ຂອງທ່ານ. ໃຫ້ຈື່ເອົາ |
| ແຈ້ງໃຫ້ທະນາຄານຜູ້ອອກບັດ ຮູ້ລ່ວງໜ້າເປັນລາຍລັກອັກສອນ ໃນການປ່ຽນແປງຂໍ້ມູນທີ່ຢູ່ | ບໍ່ເອົາບັດເຄຣດິດຂອງທ່ານໃຫ້ຜູ້ອື່ນຍືມ |
| ຕິດຕໍ່ຫາທະນາຄານຜູ້ອອກບັດທັນທີ ຖ້າຫາກບັດຂອງ ທ່ານເສຍ ຫຼື ຖືກລັກ | ບໍ່ປະ/ວາງບັດ ຫຼື ໃບຢັ້ງຢືນການຊື້ສິນຄ້າ/ບໍລິການ ໄວ້ຊະຊາຍ |
| ປິດການນຳໃຊ້ຂອງບັດເຄຣດິດທີ່ເສຍ ຫຼື ຖືກລັກໂດຍທັນທີ. ອອກບັດໃໝ່ໂດຍໃຊ້ເລກລະຫັດ “PIN” ໃໝ່ທີ່ແຕກຕ່າງຈາກເລກເກົ່າ | ບໍ່ຂຽນເລກບັນຊີບັດໃສ່ໃນບັດໄປສະນີ (postcard) ຫຼື ໜ້າຊອງເອກະສານ |
ບັດເສຍ ຫລື ຖືກລັກ
- ບັດຖືກຕູ້ ATM ທະນາຄານພົງສະຫວັນ ກືນ: ກະລຸນາຕິດຕໍ່ສູນບັດ ໂທ: (+856 21) 711617, 020-2222 9380, 020-96914291.
- ຫາກບັດເຄຣດິດສູນຫາຍ ຫລື ຖືກລັກ ແລະ ຖືກຕູ້ ATM ທະນາຄານອື່ນກືນ ກະລຸນາແຈ້ງອາຍັດບັດຫາສູນບັດ ໂທ: (+856 21) 711666/711668 ຫຼື 720234/720125 ຫຼື WhatsApp: +85620 2222 2851 / LineID: phongsavanhbank / WeChat ID: psvb_bank
ຕິດຕໍ່ສຸກເສີນພາຍໃນປະເທດລາວ
- Call center
- 1188
- ບໍລິການລູກຄ້າບັດເຄຣດິດ
- ໂທ: (+856 21) 218912 / 720999 · ແຟັກ: (856 21) 219152
- ອະນຸມັດບັດເຄຣດິດ
- Tel: (+856 21) 711666 / 711668
ຕິດຕໍ່ສູນບັດຜ່ານແຊັດ
ຄຳຖາມ-ຄຳຕອບ ກ່ຽວກັບ ບັດທີ່ພົບເຫັນປະຈຳ
ສະໝັກບັດເຄຣດິດ ທະນາຄານ ພົງສະຫວັນໄດ້ແນວໃດ?
ທ່ານສາມາດເຂົ້າໄປທະນາຄານ ພົງສະຫວັນໄດ້ທຸກໆ ສາຂາ ແລະ ໜ່ວຍບໍລິການ ທົ່ວປະເທດ ແລະ ປະກອບໃບສະໝັກ
- ຜູ້ຖືບັດຫຼັກ ຕ້ອງມີອາຍຸ 21 ປີຂຶ້ນໄປ
- ຜູ້ຖືບັດເສີມ ຕ້ອງມີອາຍຸ 18 ປີຂຶ້ນໄປ
- ລາຍຮັບປະຈໍາເດືອນຕ້ອງແມ່ນ 3,000,000 ກີບຂຶ້ນໄປ
ເອກະສານທີ່ຕ້ອງກຽມໃຫ້ ທະນາຄານ ພົງສະຫວັນມີຫຍັງແດ່?
ເອກະສານທີ່ຕ້ອງການແມ່ນ:
- ສໍາເນົາບັດປະຈໍາຕົວ ຫຼື ປຶ້ມຜ່ານແດນ ຫຼື ປຶ້ມສໍາມະໂນຄົວ
- ໃບຢັ້ງຢືນເງິນເດືອນ
- ໜັງສືຈ້າງງານ
- ໃບຢັ້ງຢືນທີ່ຢູ່
- ໃບແຈ້ງຖານະການເງິນຈາກທະນາຄານ
ຂ້າພະເຈົ້າຕ້ອງຈ່າຍຄ່າທໍານຽມ ຫຍັງແດ່ ໃນຂັ້ນຕົ້ນ?
ໂດຍ, ທ່ານຕ້ອງຈ່າຍຄ່າທໍານຽມດັ່ງນີ້:
- ຄ່າທໍານຽມເຂົ້າຂໍສະໝັກນໍາໃຊ້ບັດ (ເກັບເທື່ອດຽວ)
- ຄ່າທໍານຽມປະຈໍາປີ (ຮຽກເກັບໃນເດືອນທີ່ກົງກັບເດືອນຂໍສະໝັກຂອງທຸກປີ)
ຂ້າພະເຈົ້າສາມາດ ປ່ຽນແປງຂໍ້ມູນສ່ວນຕົວ ໄດ້ບໍ່?
ທ່ານສາມາດປ່ຽນ ລາຍລະອຽດຕ່າງໆ ຂອງທ່ານ (ເຊັ່ນ: ຊື່, ບ່ອນສົ່ງບິນ, ເບີໂທລະສັບ, ສາຂາທີ່ຕິດຕໍ່) ໄດ້ພຽງແຕ່ທ່ານຕື່ມຂໍ້ມູນ ລົງໃນແບບຟອມ ຢູ່ສາຂາທີ່ໃກ້ບ້ານທ່ານ
ຂ້າພະເຈົ້າສາມາດໃຊ້ບັດນີ້ ໄດ້ຢູ່ໃສ?
ທ່ານສາມາດຊື້ສິນຄ້າ/ບໍລິການ ຢູ່ທຸກໆ ຮ້ານທົ່ວໂລກ ທີ່ມີເຄື່ອງໝາຍ VISA ສໍາລັບບັດວີຊ້າ ແລະ ເຄື່ອງໝາຍ MasterCard ສໍາລັບບັດ ມາສເຕີ້ຄາດ
ເມື່ອໃດທີ່ ຂ້າພະເຈົ້າຄວນ ມາຊໍາລະຍອດ ຄົງຄ້າງໃນບິນ ຂອງຂ້າພະເຈົ້າ?
ເມື່ອທ່ານໄດ້ຮັບ ໃບແຈ້ງຖານະການເງິນ ໃນມື້ອອກໃຫ້, ທີ່ກໍານົດໂດຍ ທະນາຄານ.
ຈະເກີດຫຍັງຂຶ້ນ ຖ້າຂ້າພະເຈົ້າລືມມາຊໍາລະ ບິນຂອງຂ້າພະເຈົ້າ?
ທ່ານຈະຕ້ອງຖືກ ປັບຄ່າທໍານຽມການ ”ຊໍາລະລ່າຊ້າ” ແລະ ດອກເບ້ຍ ລວມທັ້ງບັດຂອງທ່ານອາດຖືກລະຫງັບການໃຊ້ຊົ່ວຄາວ..
ຕູ້ ATM ໃດທີ່ຂ້າພະເຈົ້າສາມາດ ຖອນເງິນ ສົດໄດ້?
ທ່ານສາມາດຖອນເງິນສົດຢູ່ຕູ້ ATM ໃດກໍ່ໄດ້ທົ່ວໂລກ, ທີ່ມີເຄື່ອງໝາຍ CIRRUS ສໍາລັບບັດມັສເຕີ້ ແລະ ກາ PLUS ສໍາລັບບັດວີຊ້າ
ຂ້າພະເຈົ້າສາມາດຖອນເງິນສົດ ໄດ້ທີ່ ເຄົາເຕີ້ຝາກ-ຖອນຂອງທະນາຄານໃດ?
ທ່ານສາມາດຖອນເງິນສົດໄດ້ ທີ່ເຄົາເຕີ້ຝາກ-ຖອນຂອງທະນາຄານ ພົງສະຫວັນ ທຸກສາຂາ ແລະ ໜ່ວຍບໍລິການທົ່ວປະເທດ ແລະສາມາດຖອນເງິນສົດ ລ່ວງໜ້າ ໄດ້ທີ່ທະນາຄານທີ່ໃຫ້ບໍລິການແບບນີ້ທົ່ວໂລກ.
ມີຈໍານວນເງິນສູງສຸດ ຫຼື ຕ່ໍາສຸດ ໃນການ ຖອນເງິນສົດບໍ່?
ທ່ານສາມາດຖອນເງິນສົດ ຕ່ໍາສຸດແມ່ນ 400,000 ກີບ ທ່ານສາມາດຖອນເງິນສົດໄດ້:
- ບັດຄໍາ ແມ່ນຖອນໄດ້ 75% ຂອງວົງເງິນອະນຸມັດຂອງທ່ານ
- ບັດຄາດສິກ ແມ່ນຖອນໄດ້ 75% ຂອງວົງເງິນອະນຸມັດຂອງທ່ານ
ຂ້າພະເຈົ້າຕ້ອງໄດ້ເສຍຄ່າທໍານຽມ ສໍາລັບ ການຖອນເງິນສົດບໍ່?
ຄ່າທໍານຽມ ສໍາລັບການຖອນເງິນສົດແມ່ນ 3% ຂອງຈໍານວນເງິນທີ່ຖອນ ຫຼື ຕ່ໍາສຸດ 50,000 ກີບ.
ໃຜທີ່ສາມາດຂໍ ອອກບັດໃໝ່ໄດ້?
ການອອກບັດໃໝ່ແມ່ນຂໍໄດ້ໂດຍ:
- ສະມາຊິກຜູ້ຖືບັດຫຼັກ ສາມາດຂໍອອກບັດໃໝ່ ສໍາລັບບັດຂອງລາວ ແລະ ບັດເສີມຂອງລາວ.
- ສະມາຊິກຜູ້ຖືບັດເສີມ ສາມາດຂໍອອກບັດໃໝ່ ສໍາລັບບັດຂອງ ລາວເອງເທົ່ານັ້ນ.
ເມື່ອໃດທີ່ສາມາດຂໍອອກບັດໃໝ່ໄດ້?
ເມື່ອບັດຂອງທ່ານເສຍ ຫຼື ຖືກລັກ, ບັດມີຕໍາໜິ ຫຼື ມີຄວາມຜິດພາດເກີດຂຶ້ນກັບບັດ, ບັດຊໍາລຸດ - ງໍ / ຫັກ, ບໍ່ມາຮັບເອົາບັດ ພາຍໃນ 90 ມື້ (ໄລຍະເວລາໃນການມາຮັບບັດ), ບັດຖືກກັກຢູ່ໃນຕູ້ ATM, ຜິດພາດທາງເຕັກນິກ, ເກີດການສໍ້ໂກງ ທາງອິນເຕີເນັດ
ຂ້າພະເຈົ້າສາມາດຂໍອອກບັດໃໝ່ ທາງໂທລະສັບໄດ້ບໍ່?
ບໍ່ສາມາດຂໍອອກບັດໃໝ່ ທາງໂທລະສັບໄດ້.
ຂ້າພະເຈົ້າຕ້ອງເຮັດແນວໃດເພື່ອທີ່ຈະຂໍອອກບັດໃໝ່?
ທ່ານສາມາດໂທລະສັບມາຫາ ໜ່ວຍບໍລິການລູກຄ້າ ຂອງ ທະນາຄານພົງສະຫວັນ ຫຼື ປະກອບແບບຟອມ ຕາມລາຍລະອຽດ ລຸ່ມນີ້:
- ຊື່ຂອງທ່ານ ແລະ ເລກບັດປະຈໍາຕົວ
- ເລກບັດເຄຣດິດ
- ເຫດຜົນ ທີ່ທ່ານຕ້ອງການອອກບັດໃໝ່
ບັດທີ່ອອກໃໝ່ນີ້ອາດຈະແມ່ນເລກບັດໃໝ່. ກໍລະນີທີ່ສະມາຊິກ ບັດຜູ້ນັ້ນເຮັດຂໍ້ຕົກລົງຍິນຍອມໃຫ້ທະນາຄານຕັດ ບັນຊີເງິນຝາກໂດຍອັດຕະໂນມັດເພື່ອຊໍາລະບັດເຄຣດິດ (auto-debit arrengements), ກະລຸນາແຈ້ງຜູ້ໃຫ້ບໍລິການທີ່ກ່ຽວຂ້ອງ ເຖິງການປ່ຽນແປງດັ່ງກ່າວ. ຖ້າທ່ານເຄີຍຂໍເລກລະຫັດ PIN, ທະນາຄານຈະອອກເລກ ລະຫັດ PIN ໃໝ່ໃຫ້ທ່ານ. ທໍາລາຍບັດເຄຣດິດທີ່ຢູ່ ໂດຍຕັດເຄີ່ງ ບ່ອນທີ່ມີແຜ່ນແມ່ເຫລັກ ແລະ ຊິບຂອງບັດ.
ຂ້າພະເຈົ້າຄວນເຮັດແນວໃດ, ຖ້າບັດຂອງຂ້າພະເຈົ້າ ເສຍ ຫຼື ຖືກລັກ?
ໂທລະສັບຫາ ໜ່ວຍງານອະນຸມັດ ຫຼື ໜ່ວຍງານບໍລິການລູກຄ້າ ສູນບັດ ຂອງທະນາຄານພົງສະຫວັນ ເບີ (+856 21) 711666 /711668/ 219221 ຫຼື 218912 / 720999 ຫໂດຍທັນທີເພື່ອທໍາການອາຍັດບັດ.
ຖ້າບັດຂອງຂ້າພະເຈົ້າ (ບັດຫຼັກ) ເສຍ ຫຼື ຖືກລັກ, ບັດເສີມຂອງຂ້າພະເຈົ້າ ຍັງສາມາດໃຊ້ໄດ້ບໍ່?
ສາມາດໃຊ້ໄດ້ ປົກກະຕິ
ຂໍຍົກເວັ້ນຄ່າທໍານຽມ ອອກບັດໃໝ່ໄດ້ບໍ່?
ໂດຍປົກກະຕິ, ບັດຈະແລ້ວພາຍໃນ 10 ມື້ທໍາການ, ຫຼັງຈາກໄດ້ຮັບແບບຟອມຈາກທ່ານ.
ໃຊ້ເວລາດົນປານໃດໃນການອອກບັດທົດແທນ?
ປະມານ10ມື້ທໍາການ
ຂ້າພະເຈົ້າຄວນເຮັດແນວໃດ ຖ້າບັດຂອງຂ້າພະເຈົ້າ ຖືກກືນກິນຢູ່ນໍາຕູ້ ATM?
ໃນກໍລະນີຕູ້ ATM ຂອງທະນາຄານພົງສະຫວັນ ໂທຫາ ໜ່ວຍງານບໍລິການລູກຄ້າ / ໜ່ວຍງານອະນຸມັດ ເບີ (+856 21) 218912 / 720999 / 711666 / 711668 ຫຼື 219221 ເພື່ອທີ່ຈະຢຸດການໃຊ້ບັດ ຂອງທ່ານ ໂດຍທັນທີ. ຖ້າຫາກມີການພົບເຫັນບັດຄ້າງໃນຕູ້ ATM ບັດດັ່ງ ກ່າວຈະຕ້ອງ ຖືກຕັດໃຫ້ຂາດເຄິ່ງ ເພື່ອເຫດຜົນຄວາມປອດໄພ.
ຂ້າພະເຈົ້າສາມາດ ຂໍໃຫ້ປ່ຽນບ່ອນສົ່ງບັດໄປສາຂາ ອື່ນໄດ້ບໍ່?
ໄດ້. ທ່ານຕ້ອງໄດ້ເຂົ້າມາປະກອບ ແບບຟອມ “ໃບສະເໜີຈຸດປະ ສົງ” (CCMF - Credit Card Multipurpose Form) ເພື່ອທີ່ ຈະກໍານົດບ່ອນທີ່ຈະມາຮັບບັດໃໝ່. ແຕ່ທາງ ທະນາຄານ ຈະໄດ້ ຕັດບັນຊີບັດ ເຄຣດິດຂອງທ່ານສໍາລັບຄ່າຈັດສົ່ງບັດໃຫ້ທ່ານ
ດົນປານໃດທີ່ບັດຈະຖືກສົ່ງໄປຍັງສາຂາທີ່ຂໍຍ້າຍ?
ບັດຈະຖືກສົ່ງໄປຍັງສາຂາທີ່ທ່ານຂໍປ່ຽນ ພາຍໃນ 7 ເຖິງ 14 ມື້ທໍາການ ຫຼັງຈາກໄດ້ຮັບແບບຟອມ “ໃບສະເໜີຈຸດປະສົງ” ຈາກທ່ານ.
ມີຄ່າທໍານຽມບໍ່?
ບໍ່ມີຄ່າທໍານຽມຮຽກເກັບໃນກໍລະນີນີ້.
ດົນປານໃດທີ່ບັດຈະຖືກສົ່ງໄປຍັງສາຂາທີ່ຂໍຍ້າຍ?
ໂທລະສັບຫາ ໜ່ວຍບໍລິການລູກຄ້າຂອງສູນບັດ ຫຼື ໜ່ວຍອະນຸ ມັດຂອງສູນບັດ ຂອງທະນາຄານພົງສະຫວັນ ເບີ (+856 21) 218912 / 720999 / 711666 / 711668 ຫຼື 219221. ທ່ານຕ້ອງຕອບຄໍາຖາມສ່ວນໜຶ່ງ ເພື່ອເປັນການຢືນ ຢັນຕົວຕົນຂອງທ່ານ.
ຂ້າພະເຈົ້າ ຈະໄດ້ບັດທີ່ຕໍ່ອາຍຸໃໝ່ເມື່ອໃດ?
ໜຶ່ງເດືອນກ່ອນບັດປະຈຸບັນຂອງທ່ານ ຈະໝົດອາຍຸ.
ຫຼັງຈາກຂ້າພະເຈົ້າໄດ້ຮັບບັດໃໝ່ແລ້ວ, ຂ້າພະເຈົ້າຍັງ ສາມາດນໍາໃຊ້ບັດທີ່ມີຢູ່ ປະຈຸບັນໄດ້ບໍ່?
ໄດ້. ທ່ານສາມາດນໍາໃຊ້ໄດ້ຈົນເຖິງມື້ສຸດທ້າຍ ຂອງເດືອນທີ່ລະບຸ ຢູ່ໃນບັດ. ເຖິງຢ່າງໃດກໍ່ຕາມ ເມື່ອທ່ານໄດ້ຮັບບັດໃໝ່ແລ້ວ ທ່ານ ຕ້ອງໂທລະສັບໄປຂໍເປີດການນໍາໃຊ້ບັດທີ່ໄດ້ຮັບໃໝ່, ຫຼັງຈາກນັ້ນ ທ່ານຈະບໍ່ສາມາດໃຊ້ບັດເກົ່າໄດ້.
ຂ້າພະເຈົ້າສາມາດໃຊ້ບັດໄດ້ເລີຍບໍ່ ເມື່ອໄດ້ຮັບບັດ ແລ້ວ?
ໄດ້. ເມື່ອທ່ານໄດ້ໂທລະສັບໄປເປີດນໍາໃຊ້ບັດແລ້ວ.
ຂ້າພະເຈົ້າຈະສາມາດເຮັດໄດ້ແນວໃດ?
ຕື່ມຂໍ້ມູນ ແລະ ເຊັນໃສ່ແບບຟອມ “ໃບສະເໜີຈຸດປະສົງ”. ທ່ານ ຕ້ອງແຈ້ງ ເອກະສານລາຍຮັບລ້າສຸດ. ແຟັກ (ແບບຟອມ ແລະ ເອກະສານຕ່າງໆ) ຫຼື ສົ່ງໃຫ້ສູນບັດ
ດົນປານໃດ ຄໍາຂໍຂອງຂ້າພະເຈົ້າຈະຖືກດໍາເນີນການ?
ສູນບັດຈະແຈ້ງຜົນການພິຈາລະນາຄໍາຂໍຂອງທ່ານພາຍໃນ 7 ມື້ທໍາການ ຫຼັງຈາກໄດ້ຮັບເອກະສານຂອງທ່ານ.
ບັດເສີມຂອງຂ້າພະເຈົ້າກໍ່ສາມາດໃຊ້ວົງເງິນທີ່ຂໍເພີ້ມ ຂຶ້ນໄດ້ບໍ່ ຖ້າຄໍາຂໍຂອງຂ້າພະເຈົ້າໄດ້ຮັບການ ອະນຸ ມັດ?
ໄດ້. ເວັ້ນແຕ່ຜູ້ຖືບັດຫຼັກ ຈະກໍານົດວົງເງິນໃຫ້ກັບບັດເສີມ ຢູ່ກ່ອນ ແລ້ວ
ຂ້າພະເຈົ້າຈະຍົກເລີກ ການໃຊ້ບັດເຄຣດິດໄດ້ ແນວ ໃດ?
ທ່ານຕ້ອງປະກອບ ແບບຟອມ “ໃບສະເໜີຈຸດປະສົງ” ແລ້ວສົ່ງໃຫ້ສູນບັດ ຂອງທະນາຄານພົງສະຫວັນ.
- ຜູ້ຖືບັດຫຼັກ ສາມາດຍົກເລີກການນໍາໃຊ້ບັດຂອງລາວ ພ້ອມທັງບັດເສີມຂອງລາວ ຫຼື ຍົກເລີກສະເພາະບັດເສີມ.
- ຜູ້ຖືບັດເສີມ ສາມາດຍົກເລີກການນໍາໃຊ້ສະເພາະບັດຂອງລາວ ເທົ່ານັ້ນ.
ໝາຍເຫດ: ເມື່ອມີການຍົກເລີກບັດຫຼັກ, ບັດເສີມຈະຖືກຍົກເລີກ ໂດຍ ອັດຕະໂນມັດ
ຂ້າພະເຈົ້າສາມາດຍົກເລີກການໃຊ້ບັດໄດ້ບໍ່, ຖ້າຂ້າ ພະເຈົ້າຍັງມີຍອດຄົງຄ້າງຊໍາລະຢູ່ໃນບັນຊີບັດ?
ໄດ້. ແຕ່ແນະນໍາໃຫ້ທ່ານຊໍາລະຍອດເງິນທີ່ຄົງຄ້າງໃຫ້ໝົດ. ແຕ່ຖ້າທ່ານບໍ່ສາມາດຊໍາລະໄດ້ໝົດໃນເທື່ອດຽວ, ທ່ານກໍ່ສາມາດ ຊໍາລະຕາມຈໍານວນທີ່ທ່ານຕ້ອງການໄດ້ຈົນໝົດ. ແຕ່ ທ່ານມີພາ ລະທີ່ຕ້ອງຮັບຜິດຊອບຕໍ່ດອກເບ້ຍ ແລະ ຄ່າທໍານຽມລາຍ ປີຈົນ ກວ່າທ່ານຈະຊໍາລະໝົດ.
ຖ້າຂ້າພະເຈົ້າຍົກເລີກການໃຊ້ບັດຂອງຂ້າພະເຈົ້າແລ້ວ, ຖ້າຂ້າພະເຈົ້າຕ້ອງການໃຊ້ບັດເຄຣດິດໃໝ່ຂ້າພະເຈົ້າ ສາມາດ ສະໝັກໃໝ່ໄດ້ບໍ່?
ທ່ານສາມາດໂທລະສັບຫາ ສູນບັດຂອງ ທະນາຄານພົງສະຫວັນ ຫຼື ປະກອບເອກະສານເຂົ້າມາ.
- ພາຍໃນ 6 ເດືອນຫຼັງຈາກມື້ຍົກເລີກ, ຕື່ມຂໍ້ມູນ ແລະ ເຊັນໃນ ແບບຟອມ “ໃບສະເໜີຈຸດປະສົງ” ໂດຍລະບຸ(ວັດຖຸປະສົງເພື່ອຂໍເປີດນໍາໃຊ້ບັດຄືນ. (ບໍ່ມີຄ່າທໍານຽມອອກບັດໃໝ່ ສໍາລັບການເປີດນໍາໃຊ້ ບັນຊີບັດໃໝ່ອີກຄັ້ງ)
- ຫຼັງຈາກ 6 ເດືອນຫຼັງຈາກມື້ຍົກເລີກ, ທ່ານຕ້ອງປະ ກອບໃບສະໝັກໃໝ່ ແລະ ໃບຢັ້ງຢືນເງິນເດືອນ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງຕາມທີ່ ທະນາຄານ ຕ້ອງການ.
ຂ້າພະເຈົ້າສາມາດຂໍປ່ຽນບັດຄາດສິກ ເປັນບັດຄໍາໄດ້ບໍ່?
ໄດ້. ທ່ານສາມາດປ່ຽນມານໍາໃຊ້ບັດຄໍາໄດ້. ທາງທະນາຄານ ອາດ ຈະຂໍເອກະສານອື່ນໆ ຕື່ມອີກ ເພື່ອສະໜັບ ສະໜູນ ຄໍາຂໍຂອງທ່ານ.
ຂ້າພະເຈົ້າຈະຂໍໄດ້ແນວໃດ?
ປະກອບແບບຟອມ “ໃບສະເໜີຈຸດປະສົງ” ແລະສົ່ງໃຫ້ ສູນບັດ ທະນາຄານ ພົງສະຫວັນ ພ້ອມກັບ ເອກະສານ ລາຍຮັບ ຂອງ ທ່ານ.
ຈະເກີດຫຍັງຂຶ້ນກັບບັດຄາດສິກຂອງຂ້າພະເຈົ້າ, ຖ້າໄດ້ຮັບການອະນຸມັດໃຫ້ປ່ຽນໄປໃຊ້ບັດຄໍາ.
ທ່ານສາມາດນໍາໃຊ້ບັດຄາດສິກຂອງທ່ານ ຈົນເຖິງມື້ທີ່ທ່ານ ເປີດໃຊ້ບັດຄໍາ.
ຈໍານວນວົງເງິນອະນຸມັດທີ່ກໍານົດໃຫ້ ຂ້າພະເຈົ້າແມ່ນ ເທົ່າໃດ?
ຈໍານວນວົງເງິນອະນຸມັດທີ່ກໍານົດໃຫ້ທ່ານແມ່ນຂຶ້ນກັບ ຈໍານວນ ເງິນລາຍຮັບທັງໝົດປະຈໍາປີ
ຂ້າພະເຈົ້າສາມາດໃຊ້ ເກີນວົງເງິນອະນຸມັດໄດ້ບໍ່?
ບໍ່. ເຖິງຢ່າງໃດກໍ່ຕາມ, ຖ້າທ່ານຕ້ອງການຊື້ສິນຄ້າທີ່ເກີນວົງເງິນ ຂອງບັດທ່ານ, ທ່ານສາມາດຂໍເພີ້ມວົງເງິນແບບຊົ່ວຄາວ. ພຽງແຕ່ໂທລະສັບມາໜ່ວຍບໍລິການລູກຄ້າຂອງສູນບັດ ເບີ 021 218912, 219221 ຫລື 720 999 ເພື່ອຂໍເພີ້ມ ວົງເງິນແບບຊົ່ວຄາວ
ເປັນຫຍັງບໍ່ ຖ້າຂ້າພະເຈົ້າ ຈ່າຍເກີນວົງເງິນອະນຸມັດທີ່ກໍານົດໃຫ້ຂ້າພະເຈົ້າ?
ໃນກໍລະນີທີ່ທ່ານຈ່າຍເກີນວົງເງິນ ທີ່ກໍານົດໃຫ້, ທ່ານຈະຕ້ອງ ຈ່າຍຄ່າທໍານຽມການ ໃຊ້ວົງເງິນເກີນກໍານົດ. ການຊື້ສິນຄ້າຄັ້ງຕ ໍ່ໄປອາດຖືກປະຕິເສດ. ທ່ານຕ້ອງມາຊໍາລະ ເພື່ອທີ່ຈະສາມາດ ນໍາໃຊ້ບັດໄດ້ອີກ.
ຂ້າພະເຈົ້າສາມາດ ໃຊ້ວົງເງິນແຍກກັບ ບັດເສີມໄດ້ບໍ່?
ໄດ້
ຂ້າພະເຈົ້າສາມາດ ກໍານົດວົງເງິນໃດໜຶ່ງໃຫ້ ບັດເສີມ ໄດ້ບໍ່?
ໄດ້. ທ່ານສາມາດ ກໍານົດວົງເງິນຈໍານວນໃດໜຶ່ງໃຫ້ ຜູ້ຖືບັດເສີມ ໃນໃບສະໝັກໃນຂັ້ນຕົ້ນ, ຫຼື ຈະເພີ້ມ ຫຼື ຫຼຸດ ວົງເງິນໄດ້ໂດຍ ຕື່ມຂໍ້ມູນໃສ່ ແບບຟອມ “ໃບສະເໜີຈຸດປະສົງ”.
ຂ້າພະເຈົ້າຈະຊໍາລະເງິນໄດ້ແນວໃດ?
- ທ່ານສາມາດຊໍາລະດ້ວຍເງິນສົດ ຫຼື ແຊັກຂອງ ທະນາຄານ ພົງສະຫວັນ ຢູ່ ທະນາຄານພົງສະຫວັນທຸກສາຂາ ແລະ ທຸກໜ່ວຍບໍລິການ ຫຼື ສົ່ງແຊັກຂອງທະນາຄານພົງສະຫວັນ ມາໃຫ້ສູນບັດທະນາຄານພົງສະຫວັນທາງໄປສະນີ. ທີ່ຢູ່ແມ່ນ ຂຶ້ນຢູ່ນໍາໃບແຈ້ງຖານະການເງິນ.
- ອີກທາງໜຶ່ງແມ່ນ, ຖ້າທ່ານມີບັນ ຊີຝາກປະຢັດ ຢູ່ທະນາຄານ ພົງສະຫວັນ, ທ່ານສາມາດອອກໜັງສືອະນຸຍາດໃຫ້ ທະນາຄານຕັດເງິນໃນບັນຊີຂອງທ່ານ ເພື່ອຊໍາລະໃຫ້ບັນຊີ ຂອງບັດເຄຣດິດໂດຍອັດຕະໂນມັດເປັນປະຈໍາທຸກເດືອນ.
- ທ່ານ ສາມາດ ສໍາລະເງີນຜ່ານຕູ້ ເອທີເອັມ ຂອງ ທະນາຄານ ພົງສະຫວັນ ທົ່ວປະເທດ ໂດຍການ ຕັດ ບັນຊີ ເງີນຝາກ ຂອງທ່ານ ສະກຸນໃດກໍ່ໄດ້ (ກີບ, ບາດ, ໂດລາ)
ຂ້າພະເຈົ້າຈະເຮັດແນວໃດເພື່ອປ່ຽນບ່ອນສົ່ງບິນ, ເບີໂທລະສັບ ແລະ ຂໍ້ມູນອື່ນໆ ຂອງຂ້າພະເຈົ້າ
ໂທລະສັບຫາສູນບັດຂອງທະນາຄານພົງສະຫວັນ ຫຼື ຕື່ມຂໍ້ມູນ ແລະ ເຊັນໃສ່ ແບບຟອມ “ໃບສະເໜີຈຸດປະສົງ” ເລກໂທ: (+856 21) 218912 / 720999 / 711666 / 711668 ຫຼື 219221
ຂ້າພະເຈົ້າຈະໄປເອົາໃບແຈ້ງຖານະການເງິນຂອງ ຂ້າພະເຈົ້າໄດ້ຢູ່ໃສ?
ມີຫຼາຍຊ່ອງທາງ:
- ສໍານັກງານໃຫຍ່ຂອງ ທະນາຄານພົງສະຫວັນ
- ສາຂາຂອງ ທະນາຄານພົງສະຫວັນ
- ໜ່ວຍບໍລິການຂອງ ທະນາຄານພົງສະຫວັນ
- ໃບແຈ້ງຖານະການເງິນຕົ້ນສະບັບ - ປະກອບ ແບບຟອມ “ໃບສະເໜີຈຸດປະສົງ” ແລະ ແຟັກ ໃຫ້ ສູນບັດຂອງ ທະນາຄານພົງສະຫວັນ ເບີ 021 219152 / 771655.
ຄ່າທໍານຽມຂໍໃບແຈ້ງຖານະການເງິນ ແມ່ນ 20,000 ກີບ ຕໍ່ໃບ
ຂ້າພະເຈົ້າສາມາດຂໍຍົກເວັ້ນການເກັບຄ່າທໍານຽມການ ເງິນ, ຄ່າທໍານຽມຊໍາລະຊ້າ ແລະ ຄ່າທໍານຽມລາຍ ປີໄດ້ບໍ່?
ໄດ້. ທ່ານສາມາດໂທລະສັບມາສູນບັດຂອງ ທະນາຄານພົງສະຫວັນ ເພື່ອຂໍຫຼີກລ້ຽງ ຫຼື ຕື່ມຂໍ້ມູນໃສ່ ແບບຟອມ “ໃບສະເໜີຈຸດປະສົງ” ໂດຍຊີ້ແຈງເຫດຜົນໃນການຂໍຍົກເວັ້ນ. ການອະນຸມັດຄໍາຂໍຍົກເວັ້ນຄ່າທໍານຽມຂຶ້ນຢູ່ກັບການພິຈາລະນາ ຂອງຝ່າຍບໍລິຫານຂອງທະນາຄານ
ຂ້າພະເຈົ້າຈະເຮັດແນວໃດ, ຖ້າຂ້າພະເຈົ້າຢາກປະ ຕິເສດລາຍການຊື້ສິນຄ້າທີ່ໄລ່ລົງໃນບິນຂອງ ຂ້າພະເຈົ້າ?
ທ່ານຕ້ອງໃຫ້ລາຍລະອຽດໃນການປະຕິເສດລາຍການນັ້ນ ໃສ່ໃນໃບ ແບບຟອມ “ສະເໜີຂໍຮ້ອງຮຽນ (Dispute Form)” (ຂໍໄດ້ຈາກສູນບັດ) ແລະ ສົ່ງໃຫ້ສູນບັດຂອງ ທະນາຄານພົງສະຫວັນ ຫຼື ໂທລະສັບຫາໜ່ວຍບໍລິການລູກຄ້າ ເບີ (+856 21) 218912 / 720999 / 711666 / 711668 ຫຼື 219221
ຂ້າພະເຈົ້າຄວນຊໍາລະໃນລາຍການທີ່ໄດ້ປະຕິເສດໄປບໍ່?
ບໍ່. ເຖິງຢ່າງໃດກໍ່ຕາມ, ຖ້າການກວດສອບລະບຸວ່າທ່ານຕ້ອງ ໄດ້ຮັບຜິດຊອບໃນຈໍານວນເງິນດັ່ງກ່າວນັ້ນ, ແມ່ນຈະໄດ້ຕັດ ເງິນໃນບັນຊີບັດ ຕາມຈໍານວນທີ່ຕ້ອງຊໍາລະນັ້ນພ້ອມກັບຄ່າ ທໍານຽມທີ່ກ່ຽວຂ້ອງອື່ນໆ. ແລະ ບາງທີ ທ່ານອາດຈະຕ້ອງໄດ້ ເສຍຄ່າທໍານຽມຂໍໃບຢັ້ງຢືນການຂາຍອີກ 40,000 ກີບ.
ຂ້າພະເຈົ້າຈະຮູ້ຜົນການກວດສອບເມື່ອໃດ?
ລະຫວ່າງ 30 – 45 ມື້ທໍາການ ຂຶ້ນຢູ່ກັບຜົນການກວດສອບ ຂອງໜ່ວຍງານທີ່ກ່ຽວຂ້ອງ.
ຂ້າພະເຈົ້າຕ້ອງໄດ້ເສຍຄ່າທໍານຽມຂໍໃບຢັ້ງຢືນການຂາຍ ຂອງລາຍການທີ່ຂ້າພະເຈົ້າໄດ້ປະຕິເສດບໍ່ ຖ້າຂ້າພະເຈົ້າ ໄດ້ຂໍໄປ?
ໄດ້. ຄ່າທໍານຽມຂໍໃບຢັ້ງຢືນການຂາຍແມ່ນ 40,000 ກີບ ຕໍ່ໃບ
ຂ້າພະເຈົ້າຄວນເຮັດແນວໃດ ຖ້າຂ້າພະເຈົ້າລືມ ລະຫັດລັບສ່ວນຕັວ (PIN)?
ທ່ານຕ້ອງໄດ້ຂໍເລກລະຫັດລັບສ່ວນຕັວ (PIN) ໃໝ່ກັບສາຂາ ຫຼື ໜ່ວຍບໍລິການຂອງ ທະນາຄານພົງສະຫວັນໃກ້ບ້ານທ່ານ ແລະ ຕື່ມຂໍ້ມູນໃສ່ໃບ “ຄໍາຂໍລະຫັດລັບສ່ວນຕັວໃຫມ່ (New PIN Form)” ແລ້ວເລກລະຫັດລັບສ່ວນຕັວ (PIN) ໃໝ່ຈະຖືກສົ່ງໃຫ່ທ່ານ ພາຍໃນ 5 ມື້ທໍາການ.



