Co-Branding
ຮ່ວມມືກັບທະນາຄານ

ຜະລິດຕະພັນ Co-Branding Card
ບັດ Co-Branding ຂອງທະນາຄານພົງສະຫວັນ ແມ່ນການຮ່ວມທຸລະກິດຊຳລະສະສາງສິນຄ້າ ຜ່ານເຄື່ອງຮູດບັດ (POS) ລະຫວ່າງ ທະນາຄານພົງສະຫວັນ ແລະ ບໍລິສັດຄູ່ຄ້າ ສະດວກໃນການນຳໃຊ້ບັດບໍ່ຈຳເປັນຕ້ອງຖືເງິນສົດຈຳນວນຫຼາຍ ແລະ ຈະໄດ້ຮັບວົງເງິນສິນເຊື່ອທີ່ແນ່ນອນຕາມຂະໜາດການຊຳລະສະສາງໃຫ້ແກ່ຮ້ານຄ້າສະມາຊິກຂອງ ບໍລິສັດຄູ່ຄ້າ.
ຜົນປະໂຫຍດຂອງບັດ Co-Branding
- ໄດ້ຮັບບັດ Credit ແບບພິເສດໃຫ້ແກ່ລູກຄ້າຂອງບໍລິສັດຄູ່ຄ້າ ເພື່ອຊຳລະຄ່າສິນຄ້າ
- ບັດ Co-Branding ຈະມີ Logo ຂອງ ບໍລິສັດຄູ່ຄ້າ ແລະ ທະນາຄານ ພົງສະຫວັນ
- ໄດ້ຮັບເຄື່ອງຮູດບັດໃຫ້ ບໍລິສັດຄູ່ຄ້າ ເພື່ອນຳໃຊ້ໃນການຊຳລະສະສາງສິນຄ້າ
- ຈະໄດ້ຮັບຄວາມສະດວກສະບາຍໃນການໃຊ້ບໍລິການທຸລະກຳການຊື້-ຂາຍສາມາດຊຳລະດ້ວຍບັດ Credit ຜ່ານເຄື່ອງຮູດບັດເຊິ່ງເປັນທາງເລືອກໃໝ່ແທນການນຳໃຊ້ເງິນສົດ ຫຼື ການຊຳລະດ້ວຍວິທີອື່ນ
- ທ່ານບໍ່ຈຳເປັນຕ້ອງຖືເງິນສົດຈຳນວນຫຼວງຫຼາຍ ຫຼື ແຊັກເຂົ້າຫາທະນາຄານເພື່ອຂຶ້ນເງິນ ປະຢັດເວລາ ໃນການຮຽກເກັບເງິນຕາມແຊັກ
- ການຊຳລະສະສາງວ່ອງໄວຂຶ້ນເພາະເງິນຖືກໂອນເຂົ້າບັນຊີທັນທີ
- ຮັບປະກັນຄວາມຖືກຕ້ອງ, ງ່າຍດາຍໃນການລົງບັນຊີ ແລະ ກວດກາຄຸ້ມຄອງ (ຖ້າສົມທຽບໃນການຊຳລະສະສາງແບບເງິນສົດ)
- ປ້ອງກັນຄວາມສ່ຽງໃນການນັບເງິນສົດ, ຂົນສົ່ງເງິນ ແລະ ການເກັບຮັກສາເງິນສົດ ແລະ ປ້ອງກັນການສໍ້ໂກງຕ່າງໆທີ່ອາດເກີດຂຶ້ນ
- ເປັນຊ່ອງທາງໃນການເພີ່ມໂອກາດການຮ່ວມມືທາງດ້ານທຸລະກິດອື່ນໆ
- ເປັນການສົ່ງເສີມການຫຼຸດຜ່ອນການນຳໃຊ້ເງິນສົດ
ຜົນປະໂຫຍດທີ່ ຮ້ານຄ້າສະມາຊິກບໍລິສັດຄູ່ຄ້າໄດ້ຮັບ
- ຈະໄດ້ຮັບວົງເງິນສິນເຊື່ອທີ່ແນ່ນອນຕາມຂະໜາດການຊຳລະສະສາງໃຫ້ແກ່ຮ້ານຄ້າສະມາຊິກຂອງ ບໍລິສັດຄູ່ຄ້າ
- ບໍ່ຈຳເປັນຕ້ອງກຽມເງິນສົດ ຫຼື ໄປທະນາຄານແຈ້ງຕັດບັນຊີ ຫຼື ຂຽນແຊັກເພື່ອຊຳລະສະສາງໃນການສັ່ງຊື້
- ສາຂາທະນາຄານພົງສະຫວັນສາມາດໃຫ້ບໍລິການເກັບເງິນສົດຈາກ ຮ້ານຄ້າສະມາຊິກເພື່ອນຳເງິນສົດເຂົ້າບັນຊີຂອງສະມາຊິກຢູ່ທະນາຄານພົງສະຫວັນ
- ເພີ່ມໂອກາດຫຼາຍຂຶ້ນໃນການເຂົ້າເຖິງຜະລິດຕະພັນຕ່າງໆຂອງທະນາຄານພົງສະຫວັນ
- ທຸກໆທ້າຍເດືອນທະນາຄານຈະອອກໃບແຈ້ງຍອດໜີ້ໃນບັນຊີໃຫ້ແກ່ຜູ້ຖືບັດ ເຊິ່ງຜູ້ຖືບັດຈະໄດ້ຮັບໄລຍະເວລາປອດດອກເບ້ຍ 20-49 ວັນ.
ລູກຄ້າທຸລະກິດ
ເພີ່ມເຕີມໃນ ລູກຄ້າທຸລະກິດ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດນ້ອຍສຳລັບຮ້ານຄ້າ ແລະ ພໍ່ຄ້າແມ່ຂາຍ
- ເງິນກູ້ສຳລັບລູກຄ້າ SMEຂະຫຍາຍທຸລະກິດຂອງທ່ານ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດໃຫຍ່ສິນເຊື່ອຂະໜາດໃຫຍ່
- ໜັງສືຄ້ຳປະກັນຄ້ຳປະກັນສັນຍາຂອງທ່ານ
- ບັນຊີເງິນຝາກບັນຊີສຳລັບທຸລະກິດ
- ປະກັນໄພປົກປ້ອງຊັບສິນຂອງທ່ານ
- ເຄື່ອງຮູດບັດຮັບຊຳລະເງິນດ້ວຍບັດ
- ບັນຊີຈ່າຍເງິນເດືອນຈ່າຍເງິນເດືອນພະນັກງານຢ່າງສະດວກ
- ບໍລິການໂອນເງິນພາຍໃນ ແລະ ຂ້າມແດນ
- ຊຳລະເງິນອອນລາຍ SBuyPayບໍລິການຊຳລະເງິນອອນລາຍ
- ການບໍລິການແລກປ່ຽນເງິນຕາຕ່າງປະເທດອັດຕາແລກປ່ຽນທີ່ແຂ່ງຂັນໄດ້
