ບັນຊີຈ່າຍເງິນເດືອນ
ຈ່າຍເງິນເດືອນພະນັກງານຢ່າງສະດວກ

ຄຸນລັກສະນະຂອງຜະລິດຕະພັນ Payroll
ເປັນຜະລິດຕະພັນທີ່ສະດວກໃນການເບີກຈ່າຍເງິນເດືອນໃຫ້ພະນັກງານຂອງບໍລິສັດໂດຍຜ່ານລະບົບທະນາຄານ ໂດຍບໍ່ເສຍເວລາຖືເງິນສົດ ແລະ ບໍ່ຈຳເປັນຕ້ອງຈ່າຍເງິນສົດໃຫ້ພະນັກງານ ລະບົບຈະນຳເງິນເດືອນຂອງພະນັກງານເຂົ້າບັນຊີເງິນຝາກຂອງພະນັກງານໃນທຸກໆເດືອນຕາມວັນທີທີ່ທາງບໍລິສັດກຳນົດໄວ້ກັບທະນາຄານ.
ຜົນປະໂຫຍດຂອງຜະລິດຕະພັນ Payroll
- ລູກຄ້າບໍລິສັດຈະໄດ້ຮັບຄວາມສະດວກສະບາຍໃນການຈ່າຍເງິນເດືອນພະນັກງານ
- ລູກຄ້າບໍລິສັດບໍ່ຈຳເປັນຈ່າຍເງິນສົດໃຫ້ພະນັກງານ
- ລູກຄ້າບໍ່ຈຳເປັນຕ້ອງເສຍເວລານັບເງິນໃຫ້ພະນັກງານຫຼາຍຕຳແໜ່ງ
- ທະນາຄານຈະນຳເງິນເດືອນຂອງພະນັກງານເຂົ້າບັນຊີເງິນຝາກຂອງພະນັກງານໃນທຸກໆເດືອນຕາມວັນທີທີ່ທາງບໍລິສັດກຳນົດໄວ້
- ພະນັກງານສາມາດຖອນເງິນໃນບັນຊີ ແລະ ອອກບັດ ATM ເພື່ອກົດເງິນສົດໄດ້ໃນທັນທີທີ່ຕ້ອງການຖອນເງິນ
- ສາມາດນຳໃຊ້ບໍລິການຕ່າງໆຂອງທະນາຄານໄດ້ຜ່ານຕູ້ ATM
ຄ່າທຳນຽມຕ່າງໆຂອງຜະລິດຕະພັນ Payroll
| ລາຍການ | ຄ່າທຳນຽມ |
|---|---|
| ຄ່າທຳນຽມຈ່າຍເງິນເດືອນ | 2000 ກີບ/ບັນຊີ |
| ຄ່າອອກບັດ ATM | 30,000 ກີບ/ບັດ |
| ຄ່ານຳໃຊ້ບັດ ATM | 3,000 ກີບ/ເດືອນ |
(ປັບປຸງໃນວັນທີ 07/07/2018)
ເອກະສານປະກອບການສະໝັກ
ເປີດບັນຊີບໍລິສັດ ແລະ ພະນັກງານບໍລິສັດທີ່ຈະມາຈ່າຍເງິນເດືອນ
ເອກະສານປະກອບເປີດບັນຊີບໍລິສັດ
- ໃບທະບຽນວິສາຫະກິດ
- ໃບເສຍອາກອນ
- ເອກະສານຜູ້ມີສິດອຳນາດໃນການສັ່ງຈ່າຍໃນບໍລິສັດ
ເອກະສານປະກອບເປີດບັນຊີພະນັກງານບໍລິສັດ
- ບັດພະນັກງານ
- ໃບຢັ້ງຢືນການເປັນພະນັກງານຂອງບໍລິສັດ ຫຼື ບັດປະຈຳຕົວ, ສຳມະໂນຄົວ, passport
ລູກຄ້າທຸລະກິດ
ເພີ່ມເຕີມໃນ ລູກຄ້າທຸລະກິດ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດນ້ອຍສຳລັບຮ້ານຄ້າ ແລະ ພໍ່ຄ້າແມ່ຂາຍ
- ເງິນກູ້ສຳລັບລູກຄ້າ SMEຂະຫຍາຍທຸລະກິດຂອງທ່ານ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດໃຫຍ່ສິນເຊື່ອຂະໜາດໃຫຍ່
- ໜັງສືຄ້ຳປະກັນຄ້ຳປະກັນສັນຍາຂອງທ່ານ
- ບັນຊີເງິນຝາກບັນຊີສຳລັບທຸລະກິດ
- ປະກັນໄພປົກປ້ອງຊັບສິນຂອງທ່ານ
- Co-Brandingຮ່ວມມືກັບທະນາຄານ
- ເຄື່ອງຮູດບັດຮັບຊຳລະເງິນດ້ວຍບັດ
- ບໍລິການໂອນເງິນພາຍໃນ ແລະ ຂ້າມແດນ
- ຊຳລະເງິນອອນລາຍ SBuyPayບໍລິການຊຳລະເງິນອອນລາຍ
- ການບໍລິການແລກປ່ຽນເງິນຕາຕ່າງປະເທດອັດຕາແລກປ່ຽນທີ່ແຂ່ງຂັນໄດ້
