ກວດສອບສະຖານະການໂອນເງິນ
ຕິດຕາມການຊຳລະເງິນທາງອີເລັກໂທຣນິກ

ກວດສອບສະຖານະການໂອນເງິນລະຫວ່າງປະເທດຜ່ານລະບົບສະວິບ
ທະນາຄານ ພົງສະຫວັນ ມີຄວາມຍິນດີແຈ້ງໃຫ້ລູກຄ້າໄດ້ຮັບຊາບວ່າ ທະນາຄານ ໄດ້ສຳເລັດການມີ ທະນາຄານ ເຈພີ ມໍແກນ ເຊດສ໌ (JP Morgan Chase U.S) ທະນາຄານຊັ້ນນຳລະດັບໂລກ ແລະ ທະນາຄານທີ່ໃຫ້ບໍລິການທາງດ້ານການເງິນທີ່ໃຫຍ່ທີ່ສຸດໃນອາເມລິກາ ເປັນໜຶ່ງໃນທະນາຄານຕົວແທນໃໝ່ເພີ່ມຕື່ມອີກທະນາຄານໜຶ່ງໃນການອຳນວຍຄວາມສະດວກການຊຳລະສະສາງລະຫວ່າງປະເທດສະກຸນເງິນໂດລາ. ຄວາມສຳເລັດດັ່ງກ່າວນີ້ຈະເຮັດໃຫ້ທະນາຄານສາມາດບໍລິການລູກຄ້າໄດ້ດີຂຶ້ນກວ່າເກົ່າລວມເຖິງການໂອນເງິນທີ່ໄວຂຶ້ນ ແລະ ການຕິດຕາມສະຖານະຂອງທຸລະກຳເງິນໂອນຕາມເວລາຕົວຈິງ.
ລູກຄ້າຈະໄດ້ຮັບຜົນປະໂຫຍດຫຼາຍເມື່ອທ່ານໃຊ້ບໍລິການຜ່ານທະນາຄານ ທພສວ
- ບໍລິການໂອນເງິນໄວຂຶ້ນ
- ລູກຄ້າສາມາດຕິດຕາມລາຍການໂອນເງິນໄດ້ແບບທັນທີ
- ໂອນເງິນໄປຕ່າງປະເທດໄດ້ຫຼາຍກວ່າ 200 ສະກຸນເງິນ
ບໍລິການໂອນເງິນ
ດິຈິຕອລ
