ຂ້າມໄປຫາເນື້ອຫາຫຼັກ

ເງື່ອນໄຂ ແລະ ການໃຊ້ບໍລິການ

ກົດລະບຽບໃນການນຳໃຊ້ບໍລິການ

ຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການ

ກະລຸນາອ່ານຂໍ້ກຳນົດ ແລະ ເງື່ອນໄຂຕ່າງໆ ດັ່ງຕໍ່ໄປນີ້ຢ່າງລະອຽດ ໂດຍການເຂົ້າເຖິງເວັບໄຊ້ນີ້ ແລະ ໜ້າຈໍໃດໆຂອງເວັບໄຊ້ ຖືວ່າທ່ານຕົກລົງທີ່ຈະຜູກພັນຕາມຂໍ້ກຳນົດ ແລະ ເງື່ອນໄຂການໃຊ້ບໍລິການນີ້

ເວັບໄຊ້ຂອງທະນາຄານພົງສະຫວັນ

ທະນາຄານພົງສະຫວັນ ຈຳກັດ (“ທະນາຄານ”) ເປັນເຈົ້າຂອງ ແລະ ຜູ້ດູແລຈັດການເວັບໄຊ້ນີ້ ໂດຍມີວັດຖຸປະສົງເພື່ອເປັນແຫຼ່ງຮວບຮວມ ເຜີຍແຜ່ຂໍ້ມູນ ດ້ານຕ່າງໆຂອງທະນາຄານ ແລະ ບໍລິສັດໃນກຸ່ມທຸລະກິດທາງການເງິນຂອງທະນາຄານ ອີກທັງຍັງເປັນການອຳນວຍຄວາມສະດວກແກ່ທ່ານໃນການໃຊ້ງານຜະລິດຕະພັນ ແລະ ບໍລິການຕ່າງໆຂອງທະນາຄານ.

ເຄື່ອງໝາຍການຄ້າ ແລະ ລິຂະສິດ

ທະນາຄານພົງສະຫວັນ ຈຳກັດ ແລະ ບໍລິສັດໃນເຄືອເປັນເຈົ້າຂອງລິຂະສິດຂໍ້ມູນ, ຮູບພາບ, ຂໍ້ຄວາມ, ສື່ໂຄສະນາ ແລະ ສ່ວນປະກອບອື່ນໆ ທີ່ຢູ່ເທິງເວັບໄຊ້ນີ້ ເຊັ່ນ: ເຄື່ອງໝາຍການຄ້າ, ສັນຍາລັກ, ເຄື່ອງໝາຍບໍລິການ ແລະ ສື່ທາງການຄ້າ ໂດຍຫ້າມບໍ່ໃຫ້ເຮັດຊ້ຳ, ກ໋ອບປີ້ເອກະສານ ດັດແປງ ເຜີຍແຜ່ ຫຼື ເຮັດໃນສິ່ງອື່ນໃດ ເພື່ອເຜີຍແຜ່ຕໍ່ສາທາລະນະ ຫຼື ເພື່ອຫາຜົນປະໂຫຍດໂດຍບໍ່ໄດ້ຮັບການຍິນຍອມເປັນລາຍລັກອັກສອນລ່ວງໜ້າຈາກທະນາຄານພົງສະຫວັນ ແລະ ບໍລິສັດໃນເຄືອແລ້ວແຕ່ກໍລະນີ.

ຂໍ້ມູນຕ່າງໆເທິງເວັບໄຊ້ຂອງທະນາຄານ

ທະນາຄານດູແລ ແລະ ຈັດການເວັບໄຊ້ນີ້ໃນປະເທດລາວ ແລະ ບໍ່ໄດ້ໃຫ້ຄຳຮັບຮອງວ່າຂໍ້ມູນທີ່ຈະຈັດໃຫ້ມີໃນ ຫຼື ຜ່ານເວັບໄຊ້ນີ້ໃຊ້ໄດ້ ຫຼື ເໝາະສົມໃນການໃຊ້ໃນປະເທດອື່ນໆ ທ່ານມີຄວາມຮັບຜິດຊອບໃນການປະຕິບັດຕາມລະບຽບກົດໝາຍທີ່ໃຊ້ບັງຄັບໃນປະເທດນັ້ນ.

ເນື້ອຫາໃນສ່ວນໃດສ່ວນໜຶ່ງ ຫຼື ໜ້າໃດໜ້າໜຶ່ງຂອງເວັບໄຊ້ນີ້ ອາດຈະລະບຸຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການອື່ນທີ່ແຍກອອກໄປຕ່າງຫາກ ໃນກໍລະນີຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການອື່ນ ແລະ ຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການນີ້ ມີຄວາມຂັດແຍ່ງກັນໃຫ້ໃຊ້ຂໍ້ຕົກລົງ ແລະ ເງື່ອນໄຂໃນການໃຊ້ບໍລິການທີ່ແຍກອອກໄປນັ້ນ ໂດຍທະນາຄານຂໍແນະນຳໃຫ້ທ່ານອ່ານຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການອື່ນນັ້ນກ່ອນໃຊ້ບໍລິການນັ້ນໆ.

ທະນາຄານຂໍສະຫງວນລິຂະສິດໃນການນຳສະເໜີ ປັບປຸງ ແລະ ແກ້ໄຂຂໍ້ມູນທີ່ປາກົດເທິງເວັບໄຊ້ ເຊິ່ງຂໍ້ມູນດັ່ງກ່າວໄດ້ຖືກຈັດຂຶ້ນໂດຍບໍ່ໄດ້ມີຈຸດປະສົງເພື່ອການໃຫ້ຄຳແນະນຳຢ່າງຜູ້ຊ່ຽວຊານ, ທັງນີ້ ທະນາຄານບໍ່ຮັບຮອງເຖິງຄວາມຖືກຕ້ອງ ແລະ ເປັນປັດຈຸບັນຂອງຂໍ້ມູນຕ່າງໆໃນເວັບໄຊ້ນີ້.

ການເຊື່ອມຕໍ່ເວັບໄຊ້ພາຍນອກ

ເວັບໄຊ້ຂອງທະນາຄານອາດຈັດໃຫ້ມີການເຊື່ອມຕໍ່ໄປຍັງເວັບໄຊ້ອື່ນໆ ເຊິ່ງຢູ່ພາຍໃຕ້ການດູແລຂອງບຸກຄົນທີສາມເພື່ອວັດຖຸປະສົງໃນການໃຫ້ຂໍ້ມູນ ແລະ ເພື່ອຄວາມສະດວກຂອງທ່ານເທົ່ານັ້ນ ທະນາຄານບໍ່ສາມາດຮັບປະກັນວ່າຂໍ້ມູນໃນເວັບໄຊ້ອື່ນໆແມ່ນມີຄວາມຖືກຕ້ອງສົມບູນພຽງພໍ ເໝາະສົມກັບວັດຖຸປະສົງໃດໂດຍສະເພາະ ແລະ ປາສະຈາກໄວຣັສ ຫຼື Malware ຕະຫຼອດຈົນທະນາຄານບໍ່ຕ້ອງຮັບຜິດຊອບຕໍ່ຄວາມສູນເສຍ ຄວາມເສຍຫາຍ ຫຼື ຄ່າໃຊ້ຈ່າຍໃດໆທີ່ເກີດຂຶ້ນ ອັນເປັນຜົນທີ່ສືບເນື່ອງມາຈາກການທີ່ທ່ານເຂົ້າເວັບໄຊ້ອື່ນໆ ແລະ ທະນາຄານຂໍໃຫ້ລູກຄ້າທຸກທ່ານສຶກສາລາຍລະອຽດ ຂໍ້ກຳນົດ ແລະ ເງື່ອນໄຂໃນການໃຊ້ບໍລິການຂອງເວັບໄຊ້ນັ້ນໆ ກ່ອນທີ່ທ່ານຈະເຂົ້າໃຊ້ບໍລິການ.

ການຈຳກັດຄວາມຮັບຜິດຊອບ

ທະນາຄານບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ ຄ່າໃຊ້ຈ່າຍ ຫຼື ຄວາມສູນເສຍທີ່ອາດເກີດຂຶ້ນຈາກການນຳໃຊ້ເວັບໄຊ້ຂອງທະນາຄານ ຫຼື ເວັບໄຊ້ທີ່ເຊື່ອມໂຍງກັບເວັບໄຊ້ຂອງທະນາຄານ ເຊິ່ງລວມເຖິງຈາກຄວາມບໍ່ຖືກຕ້ອງ ຄົບຖ້ວນຂອງຂໍ້ມູນ ຄວາມລ່າຊ້າໃນການຖ່າຍໂອນຂໍ້ມູນ ໄລຍະເວລາໃນການເຜີຍແຜ່ຂໍ້ມູນ ເຫດຂັດຂ້ອງ ຫຼື ອຸປະສັກຂອງການເຊື່ອມຕໍ່ ຄວາມຜິດພາດໃນການສະແດງຜົນ ຄວາມສະຖຽນຂອງລະບົບ ໄວຣັສຄອມພິວເຕີ.

ກົດໝາຍທີ່ບັງຄັບໃຊ້

ການໃຊ້ບໍລິການຂອງເວັບໄຊ້ນີ້ ຫຼື ການຕີຄວາມຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການເວັບໄຊ້ນີ້ໃຫ້ເປັນໄປຕາມກົດໝາຍປະເທດລາວ.

ກ່ຽວກັບພວກເຮົາ

ເພີ່ມເຕີມໃນ ກ່ຽວກັບ ທພສວ