ຂ້າມໄປຫາເນື້ອຫາຫຼັກ

ປະກັນໄພ

ປົກປ້ອງທ່ານ, ຄອບຄົວ ແລະ ຊັບສິນຂອງທ່ານ

ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ຈຳກັດ

ພວກເຮົາປົກປ້ອງ ຊັບສິນທາງວັດຖຸຂອງທ່ານ

ປະກັນໄພຊັບສິນທຸລະກິດ ເອພີເອ ຊ່ວຍປົກປ້ອງທຸລະກິດຂອງທ່ານ ຈາກການສູນເສຍຂະໜາດໃຫຍ່ ຫຼື ນ້ອຍ ເມື່ອເກີດອັກຄີໄພ, ການຍຸບຕົວຂອງຕຶກອາຄານ, ຊັບສິນໃນອາຄານ, ທໍ່ນ້ຳແຕກ ແລະ ລົມພະຍຸ ທີ່ສ້າງຄວາມເສຍຫາຍ, ທ່ານສາມາດ ໄວ້ວາງໃຈພວກເຮົາໄດ້.

ທ່ານສາມາດຊື້ປະກັນໄພ ຕາມໜ່ວຍບໍລິການຕ່າງໆ ຂອງທະນາຄານພົງສະຫວັນ.

ປະກັນໄພຊັບສິນທຸລະກິດ

ຊ່ວຍປົກປ້ອງທ່ານ. ປະກັນໄພຊັບສິນທຸລະກິດ ເອພີເອ ໃຫ້ການປົກປ້ອງ ເຊິ່ງອອກແບບມາ ເພື່ອຊ່ວຍສະໜັບສະໜູນທຸລະກິດ ແລະ ການດຳເນີນທຸລະກິດ ກໍລະນີ ເກີດອັກຄີໄພ, ຖືກລັກ ແລະ ໄພພິບັດຕ່າງໆ. ນອກນັ້ນ, ປະກັນໄພຊັບສິນພວກເຮົາ ຍັງມີທາງເລືອກຫຼາກຫຼາຍ ໃຫ້ທ່ານ ໄດ້ເລືອກສະເພາະຄຸ້ມຄອງຄວາມສ່ຽງຂອງທຸລະກິດທ່ານ, ແລະ ສາມາດ ຕອບສະໜອງໄປຕາມຄວາມຕ້ອງການຂອງທຸລະກິດຂອງທ່ານ.

ປະກັນໄພຊັບສິນທຸລະກິດຄຸ້ມຄອງຫຍັງແດ່?

  1. 1ຕຶກອາຄານ
  2. 2ຊັບສິນທຸລະກິດສ່ວນຕົວ
    • ສາງສິນຄ້າ ແລະ ອຸປະກອນ
    • ຊັບສິນສ່ວນຕົວຂອງບຸກຄົນອື່ນ

ເພີ່ມວົງເງິນຄຸ້ມຄອງຂອງທ່ານ ດ້ວຍການເລືອກຄຸ້ມຄອງເພີ່ມ

  1. 1ຮັບຜິດຊອບຕໍ່ບຸກຄົນທີສາມ
  2. 2ການຖືກລັກຂະໂມຍ

ຜົນປະໂຫຍດ

  • ນອກຈາກ 2 ແບບແຜນ, ການຄຸ້ມຄອງຮອບດ້ານ ກໍ່ເປັນອີກທາງ ເລືອກໜຶ່ງໃຫ້ກັບທ່ານ.
  • ຄຸ້ມຄອງເພີ່ມ ໃຫ້ເໝາະສົມຕາມຄວາມຕ້ອງການທຸລະກິດຂອງທ່ານ.
  • ສາຍດ່ວນ ຊ່ວຍເຫຼືອສຸກເສີນ 24 ຊົ່ວໂມງ.
  • ຂັ້ນຕອນການຮັບສິນທົດແທນສະດວກ ແລະ ວ່ອງໄວ.

ໄພອັນຕະລາຍທີ່ຄຸ້ມຄອງ

ໄພອັນຕະລາຍທີ່ຄຸ້ມຄອງ
ໄພອັນຕະລາຍທີ່ຄຸ້ມຄອງຂັ້ນພື້ນຖານຂັ້ນສູງ
ອັກຄີໄພມີມີ
ຟ້າຜ່າມີມີ
ລະເບີດມີມີ
ເສຍຫາຍຈາກນ້ຳ–ມີ
ການຍຸບຕົວຂອງຕຶກອາຄານ–ມີ
ລົມພະຍຸ–ມີ
ນ້ຳຖ້ວມ–ມີ
ແຜ່ນດິນໄຫວ–ມີ
ຄວັນ–ມີ
ເຮືອບິນ ຫຼື ຍານພາຫະນະ–ມີ
ແກ້ວແວ່ນແຕກ–ມີ

ທາງເລືອກປະກັນນີ້ ແມ່ນພິຈາລະນາ ໂດຍປະກັນໄພ ເອ.ພີ.ເອ, ຜົນປະໂຫຍດ, ຂໍ້ກຳນົດ ແລະ ເງື່ອນໄຂ, ທ່ານສາມາດອີງໃສ່ເງື່ອນໄຂທົ່ວໄປຂອງສັນຍາປະກັນໄພ.

ກໍລະນີ ຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມ?

ປຶກສາພວກເຮົາ, ໂທເບີສາຍດ່ວນ 1677. ຂໍ້ມູນເພີ່ມເຕີມ, ເຂົ້າໄປທີ່ www.apa.com.la

ສະຖານທີ່ຊື້ປະກັນໄພ

ສາຂາ ຫຼື ໜ່ວຍບໍລິການເບີໂທຕິດຕໍ່
ສູນບໍລິການ ໄຊທານີ(+856-21) 711511, 711533
ສາຂາ ສາມແສນໄທ(+856-21) 212666
ໜ່ວຍບໍລິການ ໂນນສະຫວ່າງ(+856-21) 463175
ໜ່ວຍບໍລິການ ຂຸນຕາ(+856-21) 215974, 520060
ໜ່ວຍບໍລິການ ກົກໂພ(+856-21) 516006
ໜ່ວຍບໍລິການ ໜອງດ້ວງ(+856-21) 258091
ໜ່ວຍບໍລິການ ຊຽງຍືນ(+856-21) 255966
ໜ່ວຍບໍລິການ ສາລາຄຳ(+856-21) 811046
ໜ່ວຍບໍລິການ ບໍລິຄຳໄຊ(+856-54) 213444

ແນະນຳບໍລິສັດ

ບໍລິສັດ ປະກັນໄພ ເອ.ພີ.ເອ ເປັນບໍລິສັດ ຂອງ ຄົນລາວ ແລະ ເປັນສ່ວນໜຶ່ງ ໃນກຸ່ມບໍລິສັດ ພົງສະຫວັນ.

ວິໄສທັດ
ປະຕິວັດອຸດສາຫະກຳປະກັນໄພ ເພື່ອສ້າງອະນາຄົດ ທີ່ດີກວ່າແກ່ປະຊາຊົນທຸກຄົນ
ພາລະກິດ
ກາຍເປັນບໍລິສັດປະກັນໄພຊັ້ນນຳຂອງປະເທດ, ໂດຍ ການສະໜອງການສຶກສາ, ເພີ່ມຄວາມອາດສາມາດ ໃນການຊື້, ສ້າງສັນນະວັດຕະກຳໃໝ່ ແລະ ມີຄວາມ ໂປ່ງໃສໃນສາຍທຸລະກິດຂອງພວກເຮົາ ເພື່ອໃຫ້ກາຍ ເປັນບໍລິສັດຜູ້ນຳທີ່ຢູ່ເໜືອລະດັບ.

ພົບກັບພວກເຮົາໄດ້ ປະກັນໄພ ແບບງ່າຍໆ, ຍຸດຕິທຳ ແລະ ແຕກຕ່າງ.

ຜັກດັນຄວາມມຸ້ງໝັ້ນແກ່ສັງຄົມ ເພື່ອສ້າງການປົກປ້ອງທີ່ຈຳເປັນ ໃຫ້ເຂົ້າເຖິງໝົດທຸກຄົນໃນ ສປປ ລາວ.

ລູກຄ້າບຸກຄົນ

ເພີ່ມເຕີມໃນ ລູກຄ້າບຸກຄົນ