ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດໃຫຍ່
ສິນເຊື່ອຂະໜາດໃຫຍ່

ຄຸນລັກສະນະຂອງສິນເຊື່ອ
ເປັນການໃຫ້ບໍລິການສິນເຊື່ອຕໍ່ລູກຄ້າລາຍໃຫຍ່ທີ່ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ ສປປ ລາວ, ດ້ວຍການສະໜັບສະໜູນເງິນກູ້ທັງເປັນເງິນທຶນໝູນວຽນເພີ່ມສະພາບຄ່ອງໃນທຸລະກິດໄລຍະສັ້ນ ແລະ ໄລຍະກາງ ຫຼື ເປັນເງິນກູ້ຄົງທີ່ລົງທຶນໃນຊັບສິນຄົງທີ່ໄລຍະຍາວເປັນຕົ້ນ.
ອັດຕາດອກເບ້ຍ
| ສະກຸນເງິນ | ອັດຕາດອກເບ້ຍ |
|---|---|
| ສະກຸນເງິນກີບ | ເລີ່ມຕົ້ນທີ່ 12.00% ຕໍ່ປີ |
| ສະກຸນເງິນໂດລາ | ເລີ່ມຕົ້ນທີ່ 10.50% ຕໍ່ປີ |
| ສະກຸນເງິນບາດ | ເລີ່ມຕົ້ນທີ່ 9.75% ຕໍ່ປີ |
ອີງຕາມທາງທະນາຄານກຳນົດໃນແຕ່ລະໄລຍະ
ເອກະສານປະກອບ
1. ໃບຄຳຮ້ອງຂໍສິນເຊື່ອ
ໃບຄຳຮ້ອງຂໍສິນເຊື່ອ (ແບບຟອມຂອງທະນາຄານ)
2. ເອກະສານຂໍ້ມູນສ່ວນຕົວຂອງຜູ້ກູ້ຢືມ / ຜູ້ກູ້ຮ່ວມ / ຜູ້ຄ້ຳປະກັນ
- ສຳເນົາສຳມະໂນຄົວ (ສຳເນົາ)
- ບັດປະຈຳຕົວ (ສຳເນົາ)
- ປຶ້ມຜ່ານແດນ, Passport (ສຳເນົາ)
3. ເອກະສານການດຳເນີນທຸລະກິດ
- ໃບທະບຽນວິສາຫະກິດ (ສຳເນົາ)
- ໃບອະນຸຍາດດຳເນີນທຸລະກິດ (ສຳເນົາ)
- ໃບທະບຽນອາກອນ (ສຳເນົາ)
4. ເອກະສານດ້ານການບໍລິຫານພາຍໃນ
- ໂຄງຮ່າງການຈັດຕັ້ງ
- ລະບຽບພາຍໃນຂອງບໍລິສັດ
- ຂໍ້ຕົກລົງຮັບຮູ້ຈາກຂາຮຸ້ນ
- ໃບຢັ້ງຢືນການຮ່ວມທຶນ ຫຼື ຜູ້ຖືຮຸ້ນ ກໍລະນີມີການຮ່ວມທຶນ
5. ເອກະສານດ້ານການເງິນ
- ໃບສະຫຼຸບຊັບສົມບັດ (Balance Sheet)
- ໃບສະຫຼຸບງົບກຳໄລ-ຂາດທຶນ (Profit & Loss)
- ງົບກະແສເງິນສົດ Cash Flow
- ໃບສະຫຼຸບຜົນໄດ້ຮັບທ້າຍປີ
- Statement ການເຄື່ອນໄຫວເງິນຝາກທຸກທະນາຄານທີ່ເຄື່ອນໄຫວ 2-3 ປີຍ້ອນຫຼັງເຖິງປະຈຸບັນ
- ບົດວິພາກເສດຖະກິດ (ກໍລະນີໂຄງການໃໝ່ ຫຼື ເປັນການຂະຫຍາຍທຸລະກິດ).
6. ຫຼັກຊັບຄ້ຳປະກັນ
- ປຶ້ມບັນຊີເງິນຝາກ
- ສຳເນົາໃບຕາດິນ
- ໃບມອບກຳມະສິດນຳໃຊ້ໃບຕາດິນຂອງບຸກຄົນອື່ນມາເປັນຫຼັກຊັບຄ້ຳປະກັນ
- ພັນທະບັດລັດຖະບານ
- ອື່ນໆ...
7. ເອກະສານອື່ນໆ
ເອກະສານອື່ນໆຕາມຄວາມຮຽກຮ້ອງຂອງທະນາຄານຕົວຈິງ ຂຶ້ນກັບແຕ່ລະກໍລະນີ.
ຄ່າທຳນຽມບໍລິການຫຼັງຈາກ ໄດ້ຮັບອະນຸມັດເງິນກູ້
- ຄ່າທຳນຽມອະນຸມັດ: 1% ຂອງວົງເງິນທີ່ອະນຸມັດ.
- ຄ່າທຳນຽມປະເມີນຫຼັກຊັບ: 0.25% ຂອງວົງເງິນອະນຸມັດ.
ລູກຄ້າທຸລະກິດ
ເພີ່ມເຕີມໃນ ລູກຄ້າທຸລະກິດ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດນ້ອຍສຳລັບຮ້ານຄ້າ ແລະ ພໍ່ຄ້າແມ່ຂາຍ
- ເງິນກູ້ສຳລັບລູກຄ້າ SMEຂະຫຍາຍທຸລະກິດຂອງທ່ານ
- ໜັງສືຄ້ຳປະກັນຄ້ຳປະກັນສັນຍາຂອງທ່ານ
- ບັນຊີເງິນຝາກບັນຊີສຳລັບທຸລະກິດ
- ປະກັນໄພປົກປ້ອງຊັບສິນຂອງທ່ານ
- Co-Brandingຮ່ວມມືກັບທະນາຄານ
- ເຄື່ອງຮູດບັດຮັບຊຳລະເງິນດ້ວຍບັດ
- ບັນຊີຈ່າຍເງິນເດືອນຈ່າຍເງິນເດືອນພະນັກງານຢ່າງສະດວກ
- ບໍລິການໂອນເງິນພາຍໃນ ແລະ ຂ້າມແດນ
- ຊຳລະເງິນອອນລາຍ SBuyPayບໍລິການຊຳລະເງິນອອນລາຍ
- ການບໍລິການແລກປ່ຽນເງິນຕາຕ່າງປະເທດອັດຕາແລກປ່ຽນທີ່ແຂ່ງຂັນໄດ້
