ຊຳລະເງິນອອນລາຍ SBuyPay
ບໍລິການຊຳລະເງິນອອນລາຍ

ການຊຳລະເງິນອອນລາຍແບບ SBuyPay
ທະນາຄານພົງສະຫວັນ ຈຳກັດ ຍິນດີນຳສະເໜີທາງເລືອກໃໝ່ໃນການຊຳລະເງິນ ແບບອອນລາຍ ໂດຍຜ່ານລະບົບ ອີ-ຄອມເມີສ ທີ່ມີຊື່ເອີ້ນວ່າ: “SBuyPay”. ເຊິ່ງທ່ານສາມາດນຳໃຊ້ໃນການຂະຫຍາຍທຸລະກິດ, ການເພີ່ມຍອດຂາຍ ແລະ ການສ້າງຄວາມສະດວກໃຫ້ແກ່ລູກຄ້າຂອງທ່ານ.
“SBuyPay” ສາມາດຕອບສະໜອງຄວາມຕ້ອງການໃຫ້ທ່ານໄດ້ ໃນການ:
- ຂາຍສິນຄ້າ 24ຊົ່ວໂມງ/7ວັນ ຜ່ານທາງເວັບໄຊ.
- ສະໜອງການຂາຍໃຫ້ລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ.
- ຂາຍພາຍໃຕ້ສາມສະກຸນເງິນ: ກີບ, ບາດ ແລະ ໂດລາ.
- ຊ່ວຍໃຫ້ທ່ານຂາຍສິນຄ້າ ດ້ວຍຄວາມໝັ້ນໃຈ ໂດຍບໍ່ຕ້ອງກັງວົນເລື່ອງຄວາມບໍ່ປອດໄພ ຈາກທາງອິນເຕີເນັດ, ເພາະ Gateway ທີ່ເຮົານຳໃຊ້ແມ່ນ ລະບົບຄວາມປອດໄພລ່າສຸດ 3DS ຂອງມາດຕະຖານສາກົນໃນນາມ MasterCard.
- ເຂົ້າສູ່ລະບົບ Merchant Administrator Portal ເພື່ອກວດສອບບັນຊີຂອງທ່ານໃນການຊຳລະເງິນສະດວກສະບາຍ ເວລາໃດກໍ່ໄດ້ ທີ່ທ່ານຕ້ອງການ.
- ຂາຍໃຫ້ລູກຄ້າທີ່ນຳໃຊ້ບັດເຄຣດິດ ແລະ ເດບິດໃນກຸ່ມ Mastercard, Union Pay ແລະ JCB.
ເງື່ອນໄຂ/ການພິຈາລະນາໃນການສະໝັກ “SBuyPay”
- ບໍລິສັດຕ້ອງຈົດທະບຽນໃນປະເທດລາວໃນຖານະບໍລິສັດ ຫຼື ທຸລະກິດ ແລະ ມີປະຫວັດເຄຣດິດທີ່ດີ, ຕ້ອງບໍ່ມີປະຫວັດເຄຣດິດທີ່ບໍ່ດີກັບສະຖາບັນການເງິນໃດໜຶ່ງ.
- ຕ້ອງຂາຍສິນຄ້າ/ບໍລິການ ທີ່ຖືກກົດໝາຍ ແລະ ບໍ່ເຮັດກິດຈະການຜິດກົດໝາຍເຊັ່ນ: ຂາຍຢາເສບຕິດ, ການພະນັນ ຫຼື ຜະລິດຕະພັນລາມົກອານາຈານອື່ນໆ
- ເວັບໄຊຈະຕ້ອງບໍ່ແມ່ນ platform “cyber mall” ຫຼື “shopping mall” ທີ່ຜູ້ຂາຍສະແດງລາຍການຂາຍ ສິນຄ້າທີ່ຂາຍຕ້ອງມາຈາກບໍລິສັດ.
- ຕ້ອງມີເວັບໄຊ ພ້ອມຈົດທະບຽນໃນຊື່ຂອງບໍລິສັດ ຫຼື ບຸກຄົນທີ່ເປັນຜູ້ລົງນາມ ທີ່ໄດ້ຮັບອະນຸຍາດຕາມໃບທະບຽນວິສາຫະກິດຂອງບໍລິສັດ.
- ຫຼັກຖານການຈົດທະບຽນຊື່ Internet domain ໃນຊື່ຂອງບໍລິສັດ ຫຼື ເຈົ້າຂອງທຸລະກິດທີ່ເປັນຜູ້ລົງນາມ ທີ່ໄດ້ຮັບອະນຸຍາດ.
- ຕົວຢ່າງໜ້າເວັບໄຊຂໍ້ມູນຜະລິດຕະພັນ/ບໍລິການ ແລະ ການຊຳລະ/check-out web page.
ເອກະສານປະກອບໃນການສະໝັກ
- ສຳເນົາໃບທະບຽນວິສາຫະກິດ.
- ສຳເນົາໃບອະນຸຍາດດຳເນີນທຸລະກິດ.
- ສຳເນົາໃບທະບຽນອາກອນ.
- ສຳເນົາປະຫວັດຂອງບໍລິສັດ.
- ສຳເນົາບັດປະຈຳຕົວ/ໜັງສືເດີນທາງ.
- ສຳເນົາສຳມະໂນຄົວ (ສຳລັບຄົນລາວ).
- ໃບລາຍງານການເຄື່ອນໄຫວບັນຊີຂອງບໍລິສັດ 3ເດືອນລ້າສຸດ.
- ສຳເນົາປຶ້ມບັນຊີສະກຸນເງິນກີບ ທະນາຄານພົງສະຫວັນ ຈຳກັດ.
ຄ່າທຳນຽມ ແລະ ຄ່າໃຊ້ຈ່າຍອື່ນໆ
| ຄ່າທຳນຽມ | ຈຳນວນເງິນ |
|---|---|
| ຄ່າທຳນຽມລາຍເດືອນ | 30 ໂດລາ |
| ຄ່າທຳນຽມການເຊື່ອມຕໍ່ເຂົ້າ Website (ເກັບຄັ້ງດຽວ) | 250 ໂດລາ |
| ຄ່າທຳນຽມສ່ວນຫຼຸດຮ້ານຄ້າ (MDR)/ລາຍການ | 4 % |
ຮ້ານຄ້າທີ່ມີຄວາມສົນໃຈ ເປັນສະມາຊິກທຸລະກຳຊຳລະສະສາງແບບອອນລາຍ “SBuyPay” ຂອງທະນາຄານພົງສະຫວັນ
ກະລຸນາຕິດຕໍ່ ພະແນກທະນາຄານອີເລັກໂທຣນິກ, ທະນາຄານພົງສະຫວັນ ຫຼື ຕິດຕໍ່ພະນັກງານບໍລິການ ຢູ່ໜ່ວຍບໍລິການໃກ້ບ້ານທ່ານ. Call Center: 1188.
ດາວໂຫຼດແບບຟອມສະໝັກ
ລູກຄ້າທຸລະກິດ
ເພີ່ມເຕີມໃນ ລູກຄ້າທຸລະກິດ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດນ້ອຍສຳລັບຮ້ານຄ້າ ແລະ ພໍ່ຄ້າແມ່ຂາຍ
- ເງິນກູ້ສຳລັບລູກຄ້າ SMEຂະຫຍາຍທຸລະກິດຂອງທ່ານ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດໃຫຍ່ສິນເຊື່ອຂະໜາດໃຫຍ່
- ໜັງສືຄ້ຳປະກັນຄ້ຳປະກັນສັນຍາຂອງທ່ານ
- ບັນຊີເງິນຝາກບັນຊີສຳລັບທຸລະກິດ
- ປະກັນໄພປົກປ້ອງຊັບສິນຂອງທ່ານ
- Co-Brandingຮ່ວມມືກັບທະນາຄານ
- ເຄື່ອງຮູດບັດຮັບຊຳລະເງິນດ້ວຍບັດ
- ບັນຊີຈ່າຍເງິນເດືອນຈ່າຍເງິນເດືອນພະນັກງານຢ່າງສະດວກ
- ບໍລິການໂອນເງິນພາຍໃນ ແລະ ຂ້າມແດນ
- ການບໍລິການແລກປ່ຽນເງິນຕາຕ່າງປະເທດອັດຕາແລກປ່ຽນທີ່ແຂ່ງຂັນໄດ້
