ບໍລິການໂອນເງິນ
ໂອນເງິນພາຍໃນ ແລະ ຕ່າງປະເທດ

ບໍລິການໂອນເງິນ
ໂອນເງິນພາຍໃນປະເທດ ແລະ ລະຫວ່າງປະເທດ ຜ່ານຕູ້ເອທີເອັມ, ສາຂາ ແລະ ເຄືອຂ່າຍຄູ່ຮ່ວມງານຂອງພວກເຮົາ.
ການໂອນເງິນພາຍໃນປະເທດຜ່ານຕູ້ ATM
ເປັນການໂອນເງິນດ້ວຍວິທີການໂອນເງິນເຂົ້າບັນຊີດ້ວຍກັນລະຫວ່າງບັນຊີກັບບັນຊີໃນຂອບເຂດທົ່ວປະເທດ ເຊິ່ງການໂອນເງິນວິທີນີ້ມີຄວາມສະດວກສະບາຍສຳລັບຜູ້ທີ່ຖືບັດພົງສະຫວັນ ດ້ວຍການບໍລິການໂອນເງິນຜ່ານຕູ້ ATM ໄດ້ຕະຫຼອດ 24 ຊົ່ວໂມງ.
ສະດວກ
- ຜູ້ຮັບໄດ້ຮັບເງິນທັນທີ.
- ສາມາດໂອນໄດ້ສູງສຸດ 90,000,000 ກີບ/ມື້ ສຳລັບບັດເງິນ ແລະ 99,000,000 ກີບສຳລັບບັດຄຳ ບໍ່ຈຳກັດ ຈຳນວນຄັ້ງ.
- ຜູ້ໂອນໄດ້ຮັບສະລິບເກັບໄວ້ເປັນຫຼັກຖານ.
- ເປີດບໍລິການ ຕະຫຼອດ 24 ຊົ່ວໂມງ/ມື້ 7ມື້/ອາທິດ.
ເງື່ອນໄຂໃນການໂອນເງິນ
ຜູ້ສົ່ງ ແລະ ຜູ້ຮັບຕ້ອງມີເລກບັນຊີ ແລະ ບັດເອທີເອັມຂອງທະນາຄານພົງສະຫວັນ ຈຳກັດ.
ຂັ້ນຕອນ
- 1ນຳບັດເອທີເອັມຂອງທະນາຄານພົງສະຫວັນ ເຂົ້າໄປໃນຕູ້ເອທີເອັມຂອງທະນາຄານ.
- 2ກົດລະຫັດລັບຂອງທ່ານ 4 ຕົວເລກ
- 3ເລືອກພາສາລາວ ຫຼື ອັງກິດ
- 4ເລືອກປະເພດການບໍລິການເປັນການໂອນເງິນລະຫວ່າງບັນຊີ
- 5ເລືອກບັນຊີທີ່ທ່ານຕ້ອງການໂອນເງິນອອກ
- 6ໃສ່ຈຳນວນເງິນທີ່ທ່ານຕ້ອງການໂອນ
- 7ໃສ່ເລກບັນຊີຂອງຜູ້ຮັບທີ່ທ່ານຈະໂອນເງິນໄປໃຫ້
- 8ລໍຖ້າລະບົບປະຕິບັດການຈົນສຳເລັດ ແລະ ຮັບໃບບິນລາຍການໂອນເງິນ.
ຄ່າທຳນຽມ
ຄ່າຊົດເຊີຍການໃຫ້ບໍລິການຝາກ-ຖອນເງິນກັບສາຂາຕ່າງແຂວງ
| ໂອນຜ່ານ | ສະກຸນເງິນ | ຄ່າທຳນຽມ |
|---|---|---|
| ທະນາຄານພົງສະຫວັນ | ກີບ | 0.02%/1 ຄັ້ງ, ຕ່ຳສຸດ 10,000 ກີບ, ສູງສຸດ 1,000,000 ກີບ. |
| ບາດ | 0.02%/1 ຄັ້ງ, ຕ່ຳສຸດ 40 ບາດ, ສູງສຸດ 4,000 ບາດ. | |
| ໂດລາ | 0.02%/1 ຄັ້ງ, ຕ່ຳສຸດ 1 ໂດລາ, ສູງສຸດ 100 ໂດລາ. |
ໝາຍເຫດ
- ການໂອນເງິນຢູ່ພາຍໃນແຂວງດຽວກັນ ແມ່ນບໍ່ເສຍຄ່າທຳນຽມໃດໆ.
- ການໂອນເງິນປະເພດນີ້ສາມາດໂອນໄດ້ທັງບັນຊີປະເພດສະກຸນເງິນດຽວກັນ ຫຼື ຕ່າງສະກຸນເງິນ ເຊິ່ງຈະນຳໃຊ້ອັດຕາແລກປ່ຽນໃນມື້ນັ້ນ
- ຄ່າທຳນຽມຈະຖືກຄິດໄລ່ໂດຍອັດຕະໂນມັດຈາກລະບົບ ຕາມອັດຕາຂ້າງເທິງນັ້ນ.
ລູກຄ້າບຸກຄົນ
