ຂ້າມໄປຫາເນື້ອຫາຫຼັກ

ບັນຊີເງິນຝາກ

ບັນຊີເງິນຝາກປະຢັດ ແລະ ເງິນຝາກມີກຳນົດ

ບັນຊີເງິນຝາກ

ເລືອກບັນຊີຂອງທ່ານ

ທະນາຄານພົງສະຫວັນມີບັນຊີເງິນຝາກ 8 ປະເພດ. ປຽບທຽບດ້ານລຸ່ມນີ້ ຫຼື ເປີດແຕ່ລະແຖບເພື່ອເບິ່ງລາຍລະອຽດ, ອັດຕາດອກເບ້ຍ ແລະ ຄ່າທຳນຽມ.

ລາຍລະອຽດບັນຊີ

ບັນຊີເງິນຝາກປະຢັດ

ບັນຊີເງິນຝາກປະຢັດຂອງທະນາຄານພົງສະຫວັນ ເປັນບັນຊີທ້ອນເງິນປະເພດໜຶ່ງ ທີ່ຊ່ວຍທ່ານໃນການທ້ອນເງິນ ເພື່ອຄວາມຕ້ອງການໃຊ້ເງິນຂອງທ່ານໃນອະນາຄົດ ເຊິ່ງມັນບໍ່ພຽງເປັນການຮັກສາເງິນຂອງທ່ານເທົ່ານັ້ນ ແຕ່ຍັງຊ່ວຍທ່ານທ້ອນເງິນແຕ່ລະມື້ນຳອີກ. ສະນັ້ນທ່ານບໍ່ຕ້ອງກັງວົນທີ່ຈະຕ້ອງແບກເງິນໄປນຳທົ່ວທີບອີກຕໍ່ໄປ (ໂດຍຢ້ານວ່າຈະອົດໃຈບໍ່ໄດ້) ຫຼື ສ່ຽງທີ່ຈະປະໄວ້ຢູ່ເຮືອນ. ທ່ານພຽງແຕ່ເປີດບັນຊີທ້ອນເງິນກັບທະນາຄານ ກໍ່ໝົດບັນຫາ.

ຜົນປະໂຫຍດຂອງບັນຊີ

  • ທ່ານຈະໄດ້ຮັບດອກເບ້ຍຈາກເງິນຂອງທ່ານໃນແຕ່ລະມື້, ສະສົມໄວ້ໃນບັນຊີ ຍິ່ງຝາກຫຼາຍເທົ່າໃດ ກໍ່ໄດ້ດອກເບ້ຍຫຼາຍເທົ່ານັ້ນ
  • ທ່ານສາມາດຕິດຕາມເບິ່ງເງິນທີ່ທ່ານທ້ອນເພີ່ມຂຶ້ນໃນແຕ່ລະມື້, ໂດຍການກວດສອບເບິ່ງຍອດເງິນ ຫຼື ຮັບໃບແຈ້ງຍອດເງິນຍາມໃດກໍ່ໄດ້ຜ່ານຕູ້ ATM ຕະຫຼອດ 24 ຊົ່ວໂມງ
  • ທ່ານສາມາດກຳຈັດຄວາມສ່ຽງຕ່າງໆ ທີ່ກ່ຽວກັບການທີ່ຕ້ອງຮັກສາເງິນສົດຈຳນວນຫຼວງຫຼາຍ ແລະ ຄວາມຢາກທີ່ຈະໃຊ້ຈ່າຍຕ່າງໆ
  • ທ່ານສາມາດຝາກ ຫຼື ຖອນເງິນໄດ້ແຕ່ລະມື້ໄດ້ຕາມຄວາມຕ້ອງການ ໂດຍຜ່ານຕູ້ ATM 24 ຊົ່ວໂມງ ຫຼື ປ່ອງບໍລິການຂອງທະນາຄານຕາມເວລາທີ່ໃຫ້ບໍລິການ
  • ທ່ານສາມາດໂອນເງິນລະຫວ່າງບັນຊີຂອງທ່ານ ຫຼື ບັນຊີບຸກຄົນອື່ນໃນທະນາຄານພົງສະຫວັນຜ່ານຕູ້ ATM ໄດ້ຕະຫຼອດ 24 ຊົ່ວໂມງ
  • ທ່ານສາມາດທ້ອນເງິນສຳລັບອະນາຄົດຂອງທ່ານເອງໄດ້ຢ່າງເຕັມທີ່
ປະເພດສະກຸນເງິນຝາກ
ກີບ · ບາດ · ໂດລາ · ຢວນ · ດົງ
ຈຳນວນເງິນຝາກເບື້ອງຕົ້ນ
100,000 ກີບ ຫຼື 500 ບາດ ຫຼື 20 ໂດລາ ສະຫະລັດ ຫຼື 100 ຢວນ ຫຼື 100,000 ດົງ

ອັດຕາດອກເບ້ຍ ແລະ ການຮັບດອກເບ້ຍບັນຊີຝາກປະຢັດ

ອັດຕາດອກເບ້ຍ ແລະ ການຮັບດອກເບ້ຍບັນຊີຝາກປະຢັດ
ສະກຸນເງິນດອກເບ້ຍຕໍ່ປີ
ກີບ2.50%
ໂດລາ1.50%
ບາດ1.50%
ຢວນ0.50%
ດົງ0.10%

(ປັບປຸງໃນວັນທີ 06/07/2026) ໝາຍເຫດ: ດອກເບ້ຍຈະຖືກຈ່າຍເຂົ້າບັນຊີຂອງທ່ານທຸກໆເດືອນ.

ຄ່າທຳນຽມ

ຄ່າທຳນຽມ
ລຳດັບລາຍການຄ່າບໍລິການ
ກີບໂດລາບາດຢວນດົງ
1ຍອດຄ້າງສະເລ່ຍທຸກໆ 3 ເດືອນຕ່ຳກວ່າ 100,000 ກີບ, 10 ໂດລາ, 400 ບາດ20,000ກີບ/ເດືອນ2ໂດລາ/ເດືອນ80ບາດ/ເດືອນ15ຢວນ/ບັນຊີ/ເດືອນ30,000ດົງ/ບັນຊີ/ເດືອນ
2ພິມຕໍ່ປຶ້ມບັນຊີເງິນຝາກຫົວໃໝ່ບໍ່ເກັບບໍ່ເກັບບໍ່ເກັບບໍ່ເກັບບໍ່ເກັບ
3ອອກປຶ້ມບັນຊີຫົວໃໝ່ (ກໍລະນີປຶ້ມເສຍຫາຍ, ປຶ້ມຂາດ ຫຼື ມີການປ່ຽນແປງຂໍ້ມູນ)40,000ກີບ4ໂດລາ120ບາດ20ຢວນ50.000ດົງ
4ປິດບັນຊີ40,000ກີບ4ໂດລາ120ບາດ20ຢວນ50.000ດົງ

(ປັບປຸງໃນວັນທີ 06/07/2026)

ເງື່ອນໄຂໃນການເປີດບັນຊີ

ເອກະສານປະກອບການເປີດບັນຊີໃໝ່ຂອງລູກຄ້າ

ບຸກຄົນ

  • ຄົນລາວ:
    • ບັດປະຈຳຕົວ / ປຶ້ມສຳມະໂນຄົວ / ໜັງສືຜ່ານແດນ (Passport) / ໃບອະນຸຍາດຂັບຂີ່ / ບັດສຸດທິພະ
  • ຄົນຕ່າງປະເທດ:
    • ໜັງສືຜ່ານແດນ (Passport), ວິຊາ, ໃບອະນຸຍາດເຮັດວຽກ (Work Permit) ແລະ ໃບອະນຸຍາດພັກເຊົາ (Stay Permit).

ນິຕິບຸກຄົນ

  • ໃບທະບຽນວິສາຫະກິດ
  • ໃບທະບຽນອາກອນ
  • ໃບອະນຸຍາດດຳເນີນທຸລະກິດ / ໃບອະນຸຍາດລົງທຶນ.
  • ບົດບັນທຶກ ແລະ ຂໍ້ກຳນົດບັງຄັບກ່ຽວກັບທະນາຄານ.
  • ມະຕິຂອງຄະນະອຳນວຍການບໍລິສັດທີ ກ.) ອະນຸມັດໃຫ້ເປີດບັນຊີ, ຂ.) ກຳນົດຊື່ຂອງຜູ້ຮ່ວມລົງນາມແຕ່ລະຄົນໃນບັນຊີດັ່ງກ່າວ.

ວິທີການເປີດບັນຊີ

  1. 1ທ່ານຕ້ອງໄດ້ກະກຽມເອກະສານຢັ້ງຢືນຕາມສະຖານະຂອງທ່ານຂ້າງເທິງນັ້ນໃຫ້ມີສາກ່ອນ
  2. 2ຕໍ່ມາ, ທ່ານຕ້ອງໄດ້ກະກຽມ ແລະ ນັບເງິນຢ່າງໜ້ອຍ 100,000 ກີບ ຫຼື 500 ບາດ ຫຼື 20 ໂດລາສະຫະລັດ ຫຼື 100 ຢວນ ຫຼື 100,000 ດົງ ໄວ້ໃນກະເປົາຂອງທ່ານ.
  3. 3ຈາກນັ້ນ, ທ່ານເຂົ້າໄປຫາພະນັກງານຂອງທະນາຄານປະຈຳໜ່ວຍບໍລິການ ຫຼື ສູນບໍລິການ ຫຼື ສາຂາໃດໜຶ່ງ ທີ່ທ່ານມີຄວາມສະດວກສະບາຍໃນການເດີນທາງ
  4. 4ສຸດທ້າຍ, ພະນັກງານບໍລິການຂອງພວກເຮົາຈະເປັນຜູ້ດຳເນີນການຕ່າງໆໃຫ້ທ່ານທັງໝົດ ມີພຽງແຕ່ທ່ານລໍຖ້າເຊັນ ແລະ ຮັບປຶ້ມເງິນຝາກໄດ້ທັນທີ

ໝາຍເຫດ: ຖ້າຕ້ອງການຮັບບັດ ATM ທີ່ສາມາດເຂົ້າເຖິງເງິນຂອງທ່ານໄດ້ຕະຫຼອດ 24 ຊົ່ວໂມງ ຕ້ອງເສຍຄ່າທຳນຽມອອກບັດ 30,000 ກີບ.

ລູກຄ້າບຸກຄົນ

ເພີ່ມເຕີມໃນ ລູກຄ້າບຸກຄົນ