ບັນຊີຊັ້ນຫນຶ່ງ
ບັນຊີເງິນຝາກ ສຳລັບລູກຄ້າຊັ້ນໜຶ່ງ
ບັນຊີຊັ້ນໜຶ່ງ
ບັນຊີຊັ້ນໜຶ່ງຂອງທະນາຄານພົງສະຫວັນ ແມ່ນບັນຊີກະແສລາຍວັນທີ່ມີດອກເບ້ຍ ທີ່ຈະຮັກສາເງິນຂອງທ່ານໃຫ້ປອດໄພ ແລະ ແມ່ນບັນຊີຊັ້ນຍອດສຳລັບ ລູກຄ້າທີ່ເປັນບຸກຄົນທີ່ມີຄ່າສຸດທິສູງ ເຊິ່ງບາງເທື່ອອາດຈະຫຍຸ້ງຍາກກັບວຽກງານຫຼາຍເກີນໄປ ຈົນບໍ່ມີເວລາທີ່ຈະໄປຄຸ້ມຄອງວຽກງານການເງິນປະຈຳວັນ ຂອງຕົນໄດ້. ຜູ້ທີ່ຖືບັນຊີຊັ້ນໜຶ່ງຍັງມີສິດເຂົ້າໄປນັ່ງໃນຫ້ອງຮັບແຂກພິເສດຊັ້ນໜຶ່ງ ເຊິ່ງເຂົາເຈົ້າສາມາດນັ່ງພັກຜ່ອນຢ່າງສະບາຍ, ອ່ານປຶ້ມ, ເພີດເພີນກັບການ ນັ່ງດື່ມກາເຟ ຫຼື ນ້ຳສົ້ມ ລໍຖ້າການເຮັດທຸລະກຳ ໃນຂະນະທີ່ມີພະນັກງານທະນາຄານທີ່ຜ່ານການເຝິກອົບຮົມຂັ້ນສູງມາແລ້ວ ເພື່ອຈັດການ ການເຄື່ອນໄຫວຕ່າງໆໃຫ້ທ່ານ.

ຜົນປະໂຫຍດຂອງບັນຊີ
- ທ່ານສາມາດພັກຜ່ອນສະບາຍໃນຂະນະທີ່ພວກເຮົາກຳລັງດຳເນີນການ ເພື່ອໃຫ້ເງິນຂອງທ່ານເຮັດວຽກໜັກຍິ່ງຂຶ້ນ
- ທ່ານບໍ່ຈຳເປັນຕ້ອງເຂົ້າລຽນແຖວອີກຕໍ່ໄປ ເພາະວ່າບັນຊີຊັ້ນໜຶ່ງແມ່ນການດຳເນີນການ ເພື່ອໃຫ້ບໍລິການແບບສ່ວນຕົວໃນຫ້ອງຮັບແຂກພິເສດຊັ້ນໜຶ່ງທີ່ສະດວກສະບາຍ
- ທ່ານສາມາດເຮັດໃຫ້ທຶນຕ່າງໆຂອງທ່ານໃຫ້ຜົນຕອບແທນສູງສຸດ ໂດຍບໍ່ຕ້ອງຍຶດຕິດກັບໄລຍະເວລາຂອງການຝາກປະຈຳ ຫຼື ໄລຍະເວລາທີ່ຍາວນານ
- ທ່ານຈະໄດ້ຮັບອັດຕາດອກເບ້ຍທີ່ມີບຸລິມະສິດຈາກເງິນຝາກປະຈຳຂອງທ່ານ
- ທ່ານສາມາດຖອນເງິນຂອງທ່ານໄດ້ຕະຫຼອດເວລາ ບໍ່ວ່າຈະເປັນກາງເວັນ ຫຼື ກາງຄືນ ໂດຍຜ່ານຕູ້ ATM ຂອງພວກເຮົາ
- ທ່ານສາມາດຊຳລະເງິນໂດຍໃຊ້ແຊັກ ໂດຍບໍ່ຕ້ອງເສຍຄ່າທຳນຽມ
- ປະເພດສະກຸນເງິນຝາກ
- ກີບ · ບາດ · ໂດລາ
- ຈຳນວນເງິນຝາກເບື້ອງຕົ້ນ
- 100,000,000 ກີບ ຫຼື 400,000 ບາດ ຫຼື 10,000 ໂດລາສະຫະລັດ
ອັດຕາດອກເບ້ຍ ແລະ ການຮັບດອກເບ້ຍບັນຊີຊັ້ນໜຶ່ງ
| ສະກຸນເງິນ | ດອກເບ້ຍຕໍ່ປີ |
|---|---|
| ກີບ | 2.00% |
| ໂດລາ | 1.75% |
| ບາດ | 1.75% |
(ປັບປຸງໃນວັນທີ 02/03/2026) ໝາຍເຫດ: ດອກເບ້ຍຈະຖືກສົ່ງເຂົ້າບັນຊີຂອງທ່ານທຸກໆເດືອນ.
ຄ່າທຳນຽມ
| ລຳດັບ | ລາຍການ | ຄ່າບໍລິການ | ||
|---|---|---|---|---|
| ກີບ | ໂດລາ | ບາດ | ||
| 1 | ຍອດເຫຼືອຕ່ຳກວ່າ 100,000,000 ກີບ, 10,000 ໂດລາ, 400,000 ບາດ | ບໍ່ໄດ້ດອກເບ້ຍ ແລະ ບໍ່ຫັກຄ່າທຳນຽມ | ||
| 2 | ປິດບັນຊີ | 40,000ກີບ | 4ໂດລາ | 120ບາດ |
| 3 | ອອກປຶ້ມແຊັກ ແລະ ປຶ້ມເງິນຝາກ (ຟຣີຄັ້ງທຳອິດທີ່ເປີດບັນຊີ) | ບໍ່ເກັບ | ||
| 4 | ອອກປຶ້ມແຊັກ | 50,000ກີບ/ຫົວ | 5ໂດລາ/ຫົວ | 200ບາດ/ຫົວ |
| 5 | ອອກປຶ້ມບັນຊີຫົວໃໝ່ (ກໍລະນີປຶ້ມເສຍ, ປຶ້ມຂາດ ຫຼື ມີການປ່ຽນແປງຂໍ້ມູນ) | 60,000ກີບ/ຫົວ | 6ໂດລາ/ຫົວ | 200ບາດ/ຫົວ |
| 6 | ພິມຕໍ່ປຶ້ມຫົວໃໝ່ | 20,000ກີບ/ຫົວ | 2ໂດລາ/ຫົວ | 80ບາດ/ຫົວ |
(ປັບປຸງໃນວັນທີ 18/07/2025)
ເງື່ອນໄຂໃນການເປີດບັນຊີ
ເອກະສານປະກອບການເປີດບັນຊີໃໝ່ຂອງລູກຄ້າ
ບຸກຄົນ
- ຄົນລາວ:
- ບັດປະຈຳຕົວ / ປຶ້ມສຳມະໂນຄົວ / ໜັງສືຜ່ານແດນ (Passport) / ໃບອະນຸຍາດຂັບຂີ່ / ບັດສຸດທິພະ
- ຄົນຕ່າງປະເທດ:
- ໜັງສືຜ່ານແດນ (Passport), ວິຊາ, ໃບອະນຸຍາດເຮັດວຽກ (Work Permit) ແລະ ໃບອະນຸຍາດພັກເຊົາ (Stay Permit).
ນິຕິບຸກຄົນ
- ໃບທະບຽນວິສາຫະກິດ
- ໃບທະບຽນອາກອນ
- ໃບອະນຸຍາດດຳເນີນທຸລະກິດ / ໃບອະນຸຍາດລົງທຶນ.
- ບົດບັນທຶກ ແລະ ຂໍ້ກຳນົດບັງຄັບກ່ຽວກັບທະນາຄານ.
- ມະຕິຂອງຄະນະອຳນວຍການບໍລິສັດທີ ກ.) ອະນຸມັດໃຫ້ເປີດບັນຊີ, ຂ.) ກຳນົດຊື່ຂອງຜູ້ຮ່ວມລົງນາມແຕ່ລະຄົນໃນບັນຊີດັ່ງກ່າວ.
ວິທີການເປີດບັນຊີ
- 1ທ່ານຕ້ອງໄດ້ກະກຽມເອກະສານຢັ້ງຢືນຕາມສະຖານະຂອງທ່ານຂ້າງເທິງນັ້ນໃຫ້ມີສາກ່ອນ
- 2ຕໍ່ມາ, ທ່ານຕ້ອງໄດ້ກະກຽມ ແລະ ນັບເງິນຢ່າງໜ້ອຍ 100,000,000 ກີບ ຫຼື 400,000 ບາດ ຫຼື 10,000 ໂດລາສະຫະລັດ ໄວ້ໃນກະເປົາຂອງທ່ານ.
- 3ຈາກນັ້ນ, ທ່ານເຂົ້າໄປຫາພະນັກງານຂອງທະນາຄານປະຈຳໜ່ວຍບໍລິການ ຫຼື ສູນບໍລິການ ຫຼື ສາຂາໃດໜຶ່ງ ທີ່ທ່ານມີຄວາມສະດວກສະບາຍໃນການເດີນທາງ
- 4ສຸດທ້າຍ, ພະນັກງານບໍລິການຂອງພວກເຮົາຈະເປັນຜູ້ດຳເນີນການຕ່າງໆໃຫ້ທ່ານທັງໝົດ ມີພຽງແຕ່ທ່ານລໍຖ້າເຊັນ ແລະ ຮັບປຶ້ມເງິນຝາກພ້ອມກັບບັດ ATM ໄດ້ທັນທີ
ພິເສດ: ບັນຊີປະເພດນີ້ສາມາດເປີດຮ່ວມກັນຫຼາຍຄົນໄດ້ ພຽງແຕ່ນຳເອົາເອກະສານຢັ້ງຢືນຕາມສະຖານະຂອງຜູ້ທີ່ຈະເປີດບັນຊີຮ່ວມນຳກັນ.
