Hi App
ທະນາຄານເທິງມືຖື ສຳລັບລູກຄ້າບຸກຄົນ

ດາວໂຫຼດແອັບ
ຄຸນລັກສະນະ
- ແມ່ນຜະລິດຕະພັນທີ່ເຊື່ອມຕໍ່ດ້ວຍບັນຊີທະນາຄານພົງສະຫວັນ ຫຼື ບັນຊີກະເປົາເງິນ ສ້າງຄວາມສະດວກສະບາຍໃນການເຮັດທຸລະກຳທາງດ້ານການເງິນຂອງທ່ານໄດ້ດ້ວຍຕົວເອງ ໂດຍໃຊ້ງານຜ່ານມືຖື Smartphone.
- HI APP ສາມາດດາວໂຫຼດນຳໃຊ້ຜ່ານລະບົບປະຕິບັດການ Android ຫຼື iOS.
ຜົນປະໂຫຍດ
- HI APP ມີຫຼາຍບໍລິການທີ່ຊ່ວຍໃຫ້ທຸລະກຳການເງິນຂອງທ່ານເປັນເລື່ອງທີ່ງ່າຍ, ປະຢັດເວລາ, ຄ່າໃຊ້ຈ່າຍ ແລະ ສະດວກສະບາຍພຽງປາຍນິ້ວມື.
- ທ່ານສາມາດກວດເບິ່ງການເຄື່ອນໄຫວ ແລະ ຈັດການບັນຊີຂອງທ່ານໄດ້.
- ງ່າຍໃນການຊຳລະສະສາງຕ່າງໆດ້ວຍບັນຊີທະນາຄານພົງສະຫວັນ ຫຼື ບັນຊີກະເປົາເງິນ ໃຊ້ຊຳລະຄ່າສິນຄ້າ ແລະ ບໍລິການດ້ວຍການສະແກນ QR Code ຜ່ານ HI APP.
- ທ່ານສາມາດອອກໜັງສືແຈ້ງຍອດໂດຍດຳເນີນການຜ່ານ HI APP ເພື່ອຈັດສົ່ງເຂົ້າເມວ ຂອງທ່ານຢ່າງປອດໄພ.
- ທ່ານສາມາດດຳເນີນການເປີດບັນຊີຝາກປະຈຳ (ຝາກມີກຳນົດ) ໄດ້ດ້ວຍຕົນເອງຜ່ານ HI APP.
ຄ່າທຳນຽມ
| ລຳດັບ | ລາຍການ | ກີບ | ໂດລາ | ບາດ |
|---|---|---|---|---|
| 1 | ລົງທະບຽນ | ບໍ່ເກັບ | ບໍ່ເກັບ | ບໍ່ເກັບ |
| 2 | ຂໍລະຫັດຜ່ານໃໝ່ (ລືມລະຫັດຜ່ານ) | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 3 | ຂໍປ່ຽນຂໍ້ມູນ (ເບີໂທລະສັບ, ອີເມລ) | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 4 | ການແກ້ໄຂທຸລະກໍາທີ່ຜິດພາດ / ທຸລະກໍາ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 5 | ໂອນບັນຊີພາຍໃນ PSVB | |||
| 5.1 | ຍອດສະສົມແມ່ນບໍ່ເກີນ 15,000,000 ກີບ/ຕໍ່ເດືອນ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 5.2 | ວົງເງິນ 15,000,001 ກີບ - 30,000,000 ກີບ/ລາຍການ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 5.3 | ວົງເງິນ 30,000,001 ກີບ - 40,000,000 ກີບ/ລາຍການ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 5.4 | ວົງເງິນ 40,000,001 ກີບ - 50,000,000 ກີບ/ລາຍການ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 5.5 | ວົງເງິນ 50,000,001 ກີບ - 60,000,000 ກີບ/ລາຍການ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 5.6 | ວົງເງິນ 60,000,001 ກີບ - 100,000,000 ກີບ/ລາຍການ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 5.7 | ວົງເງິນຫຼາຍກວ່າ 100,000,001 ກີບ/ລາຍການ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
| 6 | ຄ່າທໍານຽມການແລກປ່ຽນເງິນ | |||
| 6.1 | ກີບ ແລກ ໂດລາ (ວົງເງິນ 1,000,000/ມື້/ລູກຄ້າ) | ອີງຕາມນະໂຍບາຍອີງຕາມແຕ່ລະໄລຍະ | ||
| 6.2 | ກີບ ແລກ ບາດ (ວົງເງິນ 4,000,000/ມື້/ລູກຄ້າ) | ອີງຕາມນະໂຍບາຍອີງຕາມແຕ່ລະໄລຍະ | ||
| 6.3 | ໂດລາ ແລກ ກີບ ຫຼື ບາດ ແລກ ກີບ ຫຼື ບາດ ແລກ ໂດລາ ຫຼື ໂດລາ ແລກ ບາດ | ອີງຕາມນະໂຍບາຍອີງຕາມແຕ່ລະໄລຍະ | ||
| 7 | Merchant QR code (My QR) | ບໍ່ເກັບ | ບໍ່ເກັບ | ບໍ່ເກັບ |
| 8 | Inter Bank transfer ລະບົບ RTGS/ACH | |||
| 8.1 | ວົງເງິນ 0 - 99,999,999 ກີບຕໍ່ລາຍການ | 9,000 ກີບ | 0.82 ໂດລາ | 25.71 ບາດ |
| 8.2 | ວົງເງິນ ≥ 100,000,000 ກີບຕໍ່ລາຍການ | 15,000 ກີບ | 1.36 ໂດລາ | 42.86 ບາດ |
| 9 | ຂໍໃບຢັ້ງຢືນການເຄື່ອນໄຫວບັນຊີອອນໄລນ໌ | ຍົກເວັ້ນ | ຍົກເວັ້ນ | ຍົກເວັ້ນ |
ເງື່ອນໄຂສະໝັກ
ລູກຄ້າບຸກຄົນທົ່ວໄປ ສັນຊາດລາວ ຫຼື ຕ່າງປະເທດ ທີ່ມີ ຫຼື ບໍ່ມີຜະລິດຕະພັນ HI APP ທີ່ອອກໂດຍທະນາຄານພົງສະຫວັນ ແມ່ນສາມາດນຳໃຊ້ HI APP ໄດ້ໃນຮູບແບບຕ່າງກັນຄື:
HI APP ເຕັມຮູບແບບ
- ຜູ້ໃຊ້ຕ້ອງມີຜະລິດຕະພັນຂອງ ທພສວ ເຊັ່ນ: ບັນຊີເງິນຝາກປະຢັດ, ບັນຊີເງິນຝາກສ່ວນຕົວ, ບັນຊີເງິນຝາກກະແສລາຍວັນ, ບັນຊີຄຸ້ມຄອງເງິນສົດ, ບັນຊີຊັ້ນໜຶ່ງ (ບັນຊີໃດບັນຊີໜຶ່ງກໍ່ໄດ້)
- ຕ້ອງນຳໃຊ້ ໂທລະສັບມືຖື Smartphone ພ້ອມເບີໂທລະສັບທີ່ບໍ່ເຄີຍລົງທະບຽນ HI APP ມາກ່ອນ.
Hi App ທີ່ມີແຕ່ບັນຊີກະເປົາເງິນ
- ຜູ້ໃຊ້ບໍ່ຈຳເປັນຕ້ອງມີບັນຊີກັບ ທພສວ ກໍ່ສາມາດນຳໃຊ້ໄດ້.
- ຕ້ອງນຳໃຊ້ ໂທລະສັບມືຖື Smartphone ພ້ອມເບີໂທລະສັບທີ່ບໍ່ເຄີຍລົງທະບຽນ HI APP ມາກ່ອນ.
- ລູກຄ້າຕ້ອງປະກອບຂໍ້ມູນໃສ່ໃຫ້ຖືກຕ້ອງຕາມເອກະສານທີ່ປະກອບ.
ເອກະສານປະກອບ
ລູກຄ້າບຸກຄົນທົ່ວໄປ ສັນຊາດລາວ
- ຕ້ອງມີເອກະສານຄັດຕິດເຊັ່ນ: ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືເດີນທາງ, ໃບຂັບຂີ່ທີ່ສາມາດລະບຸຕົວຕົນຂອງລູກຄ້າໄດ້ຢ່າງຊັດເຈນ.
- ຟອມສະໝັກເປີດນຳໃຊ້ HI APP
ລູກຄ້າບຸກຄົນທົ່ວໄປ ສັນຊາດຕ່າງປະເທດ
- ຕ້ອງມີເອກະສານຄັດຕິດເຊັ່ນ: ໜັງສືເດີນທາງ, ໃບພັກເຊົາ, ໃບອະນຸຍາດເຮັດວຽກ, Visa
- ຟອມສະໝັກເປີດນຳໃຊ້ HI APP
ດິຈິຕອລ











