ສິນເຊື່ອສ່ວນບຸກຄົນ
ສິນເຊື່ອສຳລັບແຜນການຂອງທ່ານ

- ອັດຕາດອກເບ້ຍ
- ເລີ່ມຕົ້ນທີ່ 15%-17% ຕໍ່ປີ
- ກຳນົດເວລາຂອງເງິນກູ້
- 1-5 ປີ
- ສະກຸນເງິນໃຫ້ກູ້ຢືມ
- ກີບ · ບາດ · ໂດລາ
- ໄລຍະເວລາໃນການອະນຸມັດ
- 3-5 ວັນ
ລາຍລະອຽດເງິນກູ້
1. ເປົ້າໝາຍຂອງການໃຫ້ກູ້ຢືມ
- ເພື່ອຊື້ຍານພາຫະນະ ແລະ ເຄື່ອງໃຊ້ຄົວເຮືອນ
- ເພື່ອຊື້ດິນປຸກສ້າງ ແລະ ທີ່ຢູ່ອາໄສ
- ເພື່ອປັບປຸງສ້ອມແປງ ຫຼື ຕໍ່ເຕີມທີ່ຢູ່ອາໄສ
- ເພື່ອການສຶກສາຕໍ່ ແລະ ບັນຫາອື່ນໆທາງການເງິນໃນຄອບຄົວ.
- ການຜະລິດ ແລະ ການປູກຝັງລ້ຽງສັດ ເພື່ອເສດຖະກິດຄອບຄົວ.
- ແລະ ອື່ນໆ ທີ່ຖືກຕ້ອງຕາມກົດໝາຍ.
2. ຜູ້ມີສິດຂໍກູ້ຢືມ
- ພະນັກງານອົງການຈັດຕັ້ງສາກົນທີ່ຂຶ້ນກັບລັດຖະບານ ຫຼື ບໍ່ຂຶ້ນກັບລັດຖະບານ
- ພະນັກງານບໍລິສັດລັດວິສາຫະກິດ
- ພະນັກງານບໍລິສັດເອກະຊົນ
- ຜູ້ທີ່ມີລາຍໄດ້ປະຈຳແຕ່ລະເດືອນທີ່ສາມາດຢັ້ງຢືນໄດ້
3. ສະກຸນເງິນໃຫ້ກູ້ຢືມ
ເງິນກີບ, ບາດ ແລະ ໂດລາ.
4. ວົງເງິນໃຫ້ກູ້ຢືມ
ບໍ່ຈຳກັດ ຂຶ້ນກັບແຫຼ່ງລາຍຮັບ ແລະ ຄວາມສາມາດໃນການຊຳລະໜີ້, ພ້ອມກັບມູນຄ່າຂອງຫຼັກຊັບຄ້ຳປະກັນ.
5. ອັດຕາດອກເບ້ຍຂອງເງິນກູ້
| ສະກຸນເງິນ | ອັດຕາດອກເບ້ຍ |
|---|---|
| ສະກຸນເງິນກີບ | ເລີ່ມຕົ້ນທີ່ 15%-17% ຕໍ່ປີ |
| ສະກຸນເງິນບາດ | ເລີ່ມຕົ້ນທີ່ 15%-17% ຕໍ່ປີ |
| ສະກຸນເງິນໂດລາ | ເລີ່ມຕົ້ນທີ່ 15%-17% ຕໍ່ປີ |
6. ກຳນົດເວລາຂອງເງິນກູ້
ເລີ່ມແຕ່ 1-5 ປີ (ໄລຍະເວລາຈະສັ້ນ ຫຼື ຍາວ ແມ່ນຂຶ້ນກັບເປົ້າໝາຍການນຳໃຊ້ເງິນກູ້ ແລະ ແຫຼ່ງລາຍຮັບຊຳລະໜີ້ເປັນຫຼັກ)
7. ການຊຳລະເງິນກູ້
- ດອກເບ້ຍຊຳລະທຸກໆທ້າຍເດືອນຂອງແຕ່ລະເດືອນ.
- ຕົ້ນທຶນຊຳລະເປັນລາຍເດືອນ ຫຼື ເປັນງວດຕາມຄວາມສາມາດຊຳລະໜີ້ຕົວຈິງຂອງຜູ້ກູ້
8. ຫຼັກຊັບຄ້ຳປະກັນ
- ບັນຊີເງິນຝາກຂອງທະນາຄານ ຫຼື ຂອງສະຖາບັນການເງິນອື່ນ.
- ໃບຕາດິນຖາວອນທີ່ເປັນຂອບທອງຢູ່ເຂດຕົວເມືອງ.
9. ເອກະສານປະກອບ
- ສຳເນົາບັດປະຈຳຕົວ
- ສຳເນົາສຳມະໂນຄົວ
- ໃບຢັ້ງຢືນທີ່ຢູ່
- ໃບຢັ້ງຢືນເງິນເດືອນ ຫຼື ລາຍຮັບ
- ສັນຍາຈ້າງງານ
- ໃບມອບສິດຕັດເງິນເດືອນເພື່ອຊຳລະເງິນກູ້
- ສຳເນົາໃບຕາດິນຖາວອນທີ່ເປັນຂອງຕົນເອງ
- ເອກະສານອື່ນໆຕາມຄວາມຕ້ອງການຂອງທະນາຄານ.
10. ໄລຍະເວລາໃນການອະນຸມັດ
ທ່ານຈະໄດ້ຮັບຄຳຕອບພາຍໃນ 3-5 ວັນ ພາຍຫຼັງທີ່ທ່ານໄດ້ສະໜອງຂໍ້ມູນ ແລະ ປະກອບເອກະສານໃຫ້ທະນາຄານຄົບຖ້ວນແລ້ວ.
11. ຄ່າທຳນຽມບໍລິການຫຼັງຈາກໄດ້ຮັບອະນຸມັດເງິນກູ້
- 1% ຂອງວົງເງິນທີ່ອະນຸມັດທັງໝົດ (ເກັບພຽງຄັ້ງດຽວ).
- 0.25% ຄ່າປະເມີນຫຼັກຊັບ.
ລູກຄ້າບຸກຄົນ
