ຂ້າມໄປຫາເນື້ອຫາຫຼັກ

ເຄື່ອງຮູດບັດ

ຮັບຊຳລະເງິນດ້ວຍບັດ

ເຄື່ອງຮູດບັດ (POS)

ເຄື່ອງຮູດບັດ (POS)

ສະດວກ
ຮັບຊຳລະດ້ວຍບັດເຄຣດິດຈາກທົ່ວໂລກ.
ປອດໄພ
ຈາກການສໍ້ໂກງບັດ ເພາະເຮົາມີທີມງານປ້ອງກັນ ການສໍ້ໂກງປະຕິບັດໜ້າທີ່ຕະຫຼອດ 24 ຊົ່ວໂມງ.
ອຸ່ນໃຈ
ກັບທີມປຶກສາມືອາຊີບ ພ້ອມໃຫ້ຄຳແນະນຳຕະຫຼອດການໃຊ້ງານ
ໃຊ້ງ່າຍ
ດ້ວຍລະບົບລາຍງານຜົນການຂາຍທຸກວັນ.

ສິດທິປະໂຫຍດທີ່ທາງຮ້ານຄ້າ ສະມາຊິກເຄື່ອງຮູດບັດ ພົງສະຫວັນ ຈະໄດ້ຮັບທັນທີ

  • ຮັບຟຣີ ເຄື່ອງຮູດບັດ: ທະນາຄານບໍ່ເກັບຄ່າເຊົ່າເຄື່ອງ, ຄ່າໃບບິນ, ຄ່າຕິດຕັ້ງ, ຄ່າສະໝັກ ແລະ ບໍ່ມີຄ່າມັດຈຳໃດໆ.
  • ຮັບຟຣີ ປ້າຍໂລໂກ້ວີຊາ, ມາສເຕີຄາດ, ເຈຊີບີ ແລະ ຢູນຽນເພ: ເມື່ອທ່ານເຂົ້າເປັນສະມາຊິກ ຮ້ານຄ້າເຄື່ອງຮູດບັດເຄຣດິດ ຂອງທະນາຄານພົງສະຫວັນແລ້ວ, ທາງພະນັກງານເຮົາຈະໄດ້ນຳເອົາ ປ້າຍທີ່ມີເຄື່ອງໝາຍ ວີຊາ, ມາສເຕີຄາດ, ເຈຊີບີ ແລະ ຢູນຽນເພ ໃຫ້ທ່ານຕິດໄວ້ໜ້າຮ້ານຟຣີ, ເພື່ອເປັນສິ່ງປະຈັກຕາ ແລະ ດຶງດູດລູກຄ້າໃຫ້ແກ່ຮ້ານຄ້າໄດ້ເປັນຢ່າງດີ.
  • ຮັບຟຣີ ບໍລິການຕິດຕັ້ງເຄື່ອງຮູດບັດ ແລະ ວິທີການນຳໃຊ້: ມີການບໍລິການຕິດຕັ້ງທີ່ວ່ອງໄວ ແລະ ເປັນຂັ້ນຕອນ, ພ້ອມທັງມີພະນັກງານທີ່ມີຄວາມ ຊຳນິຊຳນານເປັນຜູ້ໃຫ້ຄຳອະທິບາຍ ແລະ ຝຶກແອບໃຫ້ພະນັກງານຂອງທ່ານ ຕໍ່ກັບວິທີການນຳໃຊ້ ທີ່ມີຄວາມຄ່ອງແຄ້ວ ແລະ ຖືກຕ້ອງທີ່ສຸດ.

ເອກະສານປະກອບ

  • ສຳເນົາໃບທະບຽນວິສາຫະກິດ.
  • ສຳເນົາໃບອະນຸຍາດດຳເນີນທຸລະກິດ.
  • ສຳເນົາໃບທະບຽນອາກອນ.
  • ສຳເນົາປະຫວັດຂອງບໍລິສັດ.
  • ສຳເນົາບັດປະຈຳຕົວ/ໜັງສືເດີນທາງ, ສຳມະໂນຄົວ (ສຳລັບຄົນລາວ).
  • ໃບລາຍງານການເຄື່ອນໄຫວບັນຊີຂອງບໍລິສັດ 3ເດືອນລ້າສຸດ.
  • ສຳເນົາໜ້າບັນຊີເງິນຝາກສະກຸນກີບທະນາຄານພົງສະຫວັນ ຈຳກັດ

ຮ້ານຄ້າທີ່ມີຄວາມສົນໃຈ ເປັນສະມາຊິກເຄື່ອງຮູດບັດເຄຣດິດ ຂອງທະນາຄານພົງສະຫວັນ

ກະລຸນາຕິດຕໍ່ ພາກສ່ວນວິຊາການສະໜັບສະໜູນ ຮ້ານຄ້າ, ສູນບັດ, ທະນາຄານພົງສະຫວັນ ຫຼື ຕິດຕໍ່ພະນັກງານບໍລິການ ຢູ່ໜ່ວຍບໍລິການໃກ້ບ້ານທ່ານ. ເບີໂທຕິດຕໍ່: 021 711668

ດາວໂຫຼດແບບຟອມສະໝັກຕິດຕັ້ງເຄື່ອງຮູດບັດ

ລູກຄ້າທຸລະກິດ

ເພີ່ມເຕີມໃນ ລູກຄ້າທຸລະກິດ