ເງິນກູ້ສຳລັບລູກຄ້າ SME
ຂະຫຍາຍທຸລະກິດຂອງທ່ານ

ສິນເຊື່ອສົ່ງເສີມວິສາຫະກິດ ຂະໜາດກາງ-ຂະໜາດນ້ອຍ (SME)
- ວົງເງິນໃຫ້ກູ້ຢືມ
- ແຕ່ 100 ລ້ານ - 4 ຕື້ກີບ
- ອັດຕາດອກເບ້ຍເລີ່ມຕົ້ນ
- ກີບ 12.00% · ໂດລາ 10.50% · ບາດ 9.75%
- ກຳນົດເວລາຂອງເງິນກູ້
- 1-5 ປີ
- ໄລຍະເວລາໃນການອະນຸມັດ
- ພາຍໃນ 3 ວັນ
ລາຍລະອຽດເງິນກູ້
1. ເປົ້າໝາຍຂອງການໃຫ້ກູ້ຢືມ
ການບໍລິການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ຢ່າງມືອາຊີບ (SME) ປະກອບມີ ກຸ່ມທຸລະກິດ 9 ປະເພດ ທີ່ສົ່ງເສີມພິເສດ ດັ່ງນີ້:
- ດ້ານກະສິກຳ ເຊັ່ນ: ການສົ່ງເສີມການປູກຜັກ, ປູກເຫັດ ລວມໄປເຖິງການປູກພືດປອດສານພິດຕ່າງໆ ຫຼື ກະສິກຳອິນຊີ
- ດ້ານທຸລະກິດການປຸງແຕ່ງອາຫານ
- ດ້ານທຸລະກິດການກໍ່ສ້າງ
- ດ້ານທຸລະກິດການຄ້າຂາຍຍ່ອຍ, ຂາຍຍົກ, ຮ້ານດອກໄມ້, ສ້ອມແປງລົດໃຫຍ່ ແລະ ລົດຈັກ
- ດ້ານທຸລະກິດການບໍລິການໂຮງແຮມ, ບ້ານພັກ, ຮ້ານອາຫານ, ຮ້ານຊັກລີດ
- ດ້ານທຸລະກິດການຂົນສົ່ງ: ຂົນສົ່ງທາງອາກາດ, ທາງບົກ ແລະ ທາງເຮືອ
- ດ້ານທຸລະກິດການສຶກສາ, ຄລີນິກ (Clinic), ໂຮງຈັກ, ໂຮງງານຕ່າງໆ
- ດ້ານທຸລະກິດດ້ານຫັດຖະກຳ ການຈັກສານ, ການຕຳຜ້າທໍໄໝ, ການຫຍິບແສ່ວ, ການແກະສະຫຼັກ, ການປັ້ນຫຼໍ່.
- ດ້ານທຸລະກິດກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມ ຫຼື ນຳໃຊ້ສິ່ງເສດເຫຼືອແບບໝູນວຽນ ຫຼື ລີໄຊໂຄລ (Recycle).
2. ຜູ້ມີສິດຂໍກູ້ຢືມ
- ເປັນບຸກຄົນທຳມະດາ ຫຼື ນິຕິບຸກຄົນທີ່ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ
- ມີຖິ່ນຖານຖາວອນຢູ່ໃນ ສປປ ລາວ
- ບໍ່ມີໜີ້ສິນຄຸມເຄືອ ທັງໃນ ແລະ ນອກລະບົບ
- ບໍ່ເປັນບຸກຄົນລົ້ມລະລາຍ ຫຼື ກຳລັງຖືກຮ້ອງຟ້ອງຈາກສານ
- ເປັນຄົນຈິງໃຈ ແລະ ມີຄວາມສາມາດໃນການບໍລິຫານທຸລະກິດ
3. ປະເພດສິນເຊື່ອທີ່ໃຫ້ກູ້ຢືມ
- ທຶນຄົງທີ່
- ທຶນໝູນວຽນ
4. ວົງເງິນໃຫ້ກູ້ຢືມ
ແຕ່ 100 ລ້ານ - 4 ຕື້ກີບ ຫຼື ທຽບເທົ່າສະກຸນອື່ນ.
5. ສະກຸນເງິນໃຫ້ກູ້ຢືມ
ເງິນກີບ, ບາດ ແລະ ໂດລາ.
6. ອັດຕາດອກເບ້ຍຂອງເງິນກູ້
| ສະກຸນເງິນ | ອັດຕາດອກເບ້ຍ |
|---|---|
| ສະກຸນເງິນກີບ | ເລີ່ມຕົ້ນທີ່ 12.00% ຕໍ່ປີ |
| ສະກຸນເງິນໂດລາ | ເລີ່ມຕົ້ນທີ່ 10.50% ຕໍ່ປີ |
| ສະກຸນເງິນບາດ | ເລີ່ມຕົ້ນທີ່ 9.75% ຕໍ່ປີ |
ອີງຕາມທາງທະນາຄານກຳນົດໃນແຕ່ລະໄລຍະ
7. ກຳນົດເວລາຂອງເງິນກູ້
- 1-3 ປີ (ສຳລັບທຶນໝູນວຽນ)
- 1-5 ປີ (ສຳລັບທຶນຄົງທີ່)
8. ການຊຳລະເງິນກູ້
ສຳລັບທຶນຄົງທີ່
- ດອກເບ້ຍຊຳລະທຸກໆເດືອນ
- ຕົ້ນທຶນຊຳລະເປັນລາຍເດືອນ ຫຼື ເປັນງວດຕາມເງື່ອນໄຂ ແລະ ຄວາມສາມາດຊຳລະໜີ້ຕົວຈິງຂອງຜູ້ກູ້
ສຳລັບທຶນໝູນວຽນ
- ດອກເບ້ຍຊຳລະທຸກໆເດືອນ
- ຕົ້ນທຶນຊຳລະງວດສຸດທ້າຍ ຫຼື ຕາມຈຸດປະສົງທີ່ຈະຊຳລະຂອງຜູ້ກູ້ຢືມ ຫຼື ຕາມການຮຽກຮ້ອງຄືນຈາກທະນາຄານ
9. ຫຼັກຊັບຄ້ຳປະກັນ
- ບັນຊີເງິນຝາກຂອງທະນາຄານ ຫຼື ຂອງສະຖາບັນການເງິນອື່ນ
- ໃບຕາດິນຖາວອນທີ່ອອກຂອບທອງ
- ໜັງສືຄ້ຳປະກັນເງິນກູ້ຂອງທະນາຄານ
10. ເອກະສານປະກອບ
ເອກະສານຂໍເງິນກູ້ສຳລັບບຸກຄົນທຳມະດາ
- ປະກອບຟອມສະເໜີຂໍສິນເຊື່ອຕາມແບບຟອມຂອງທະນາຄານ
- ສຳເນົາບັດປະຈຳຕົວ
- ໃບຢັ້ງຢືນທີ່ຢູ່
- ປຶ້ມສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຮ່ວມ
- ລາຍລະອຽດແຫຼ່ງລາຍຮັບຊຳລະໜີ້
- ສຳເນົາໃບຕາດິນ
- ເອກະສານອື່ນໆຕາມທີ່ທາງທະນາຄານຕ້ອງການ
ເອກະສານຂໍເງິນກູ້ສຳລັບນິຕິບຸກຄົນ
- ສຳເນົາໃບອະນຸຍາດດຳເນີນທຸລະກິດ
- ສຳເນົາໃບທະບຽນວິສາຫະກິດ
- ສຳເນົາໃບທະບຽນອາກອນ
- ເອກະສານກ່ຽວກັບຜູ້ກູ້ຢືມ:
- ສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນ
- ໃບຢັ້ງຢືນທີ່ຢູ່
- ປຶ້ມສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຮ່ວມ
- ເອກະສານທາງດ້ານການບໍລິຫານ:
- ໂຄງຮ່າງການຈັດຕັ້ງຂອງບໍລິສັດ
- ລະບຽບພາຍໃນຂອງບໍລິສັດ
- ສຳເນົາລາຍຊື່ຜູ້ຖືຮຸ້ນ ແລະ ມະຕິຂອງກອງປະຊຸມຜູ້ຖືຮຸ້ນທີ່ຕົກລົງໃຫ້ ຂໍກູ້ຢືມກັບທະນາຄານ
- ເອກະສານດ້ານການເງິນ:
- ໃບສະຫຼຸບຊັບສົມບັດ
- ໃບສະຫຼຸບກຳໄລຂາດທຶນ
- ການເຄື່ອນໄຫວບັນຊີເງິນຝາກນຳທະນາຄານ ຍ້ອນຫຼັງ 3 ປີ
- ເອກະສານດ້ານທຸລະກິດ:
- ສຳເນົາສັນຍາ ແລະ ຂໍ້ຕົກລົງຕ່າງໆ (ສັນຍາຊື້ຂາຍ, ສັນຍາຮັບເໝົາກໍ່ສ້າງ ແລະ ອື່ນໆ)
- ສຳເນົາເອກະສານທີ່ພົວພັນໃນທຸລະກິດ (ໃບກວດວຽກ, ໃບສັ່ງຊື້, ໃບສັ່ງຈ່າຍ ແລະ ອື່ນໆ)
- ເອກະສານຫຼັກຊັບຄ້ຳປະກັນ:
- ບັນຊີເງິນຝາກ
- ສຳເນົາໃບຕາດິນ
- ໃບມອບກຳມະສິດ
- ເອກະສານອື່ນໆ ຕາມທະນາຄານຮຽກຮ້ອງຕ້ອງການ.
11. ໄລຍະເວລາໃນການອະນຸມັດ
ທ່ານຈະໄດ້ຮັບຄຳຕອບພາຍໃນ 3 ວັນ ພາຍຫຼັງທີ່ທ່ານໄດ້ສະໜອງຂໍ້ມູນ ແລະ ປະກອບເອກະສານໃຫ້ທະນາຄານຄົບຖ້ວນ.
12. ຄ່າທຳນຽມບໍລິການຫຼັງຈາກ ໄດ້ຮັບອະນຸມັດເງິນກູ້
- 1% ຂອງວົງເງິນທີ່ອະນຸມັດທັງໝົດ (ເກັບພຽງຄັ້ງດຽວ)
- 0.25% ຄ່າທຳນຽມປະເມີນຫຼັກຊັບ
ລູກຄ້າທຸລະກິດ
ເພີ່ມເຕີມໃນ ລູກຄ້າທຸລະກິດ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດນ້ອຍສຳລັບຮ້ານຄ້າ ແລະ ພໍ່ຄ້າແມ່ຂາຍ
- ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດໃຫຍ່ສິນເຊື່ອຂະໜາດໃຫຍ່
- ໜັງສືຄ້ຳປະກັນຄ້ຳປະກັນສັນຍາຂອງທ່ານ
- ບັນຊີເງິນຝາກບັນຊີສຳລັບທຸລະກິດ
- ປະກັນໄພປົກປ້ອງຊັບສິນຂອງທ່ານ
- Co-Brandingຮ່ວມມືກັບທະນາຄານ
- ເຄື່ອງຮູດບັດຮັບຊຳລະເງິນດ້ວຍບັດ
- ບັນຊີຈ່າຍເງິນເດືອນຈ່າຍເງິນເດືອນພະນັກງານຢ່າງສະດວກ
- ບໍລິການໂອນເງິນພາຍໃນ ແລະ ຂ້າມແດນ
- ຊຳລະເງິນອອນລາຍ SBuyPayບໍລິການຊຳລະເງິນອອນລາຍ
- ການບໍລິການແລກປ່ຽນເງິນຕາຕ່າງປະເທດອັດຕາແລກປ່ຽນທີ່ແຂ່ງຂັນໄດ້
