ເງິນຝາກມີກຳນົດ
ດອກເບ້ຍສູງກວ່າ ສຳລັບໄລຍະເວລາທີ່ກຳນົດ
ບັນຊີເງິນຝາກມີກຳນົດ
ໜຶ່ງໃນຜະລິດຕະພັນທີ່ ທະນາຄານພົງສະຫວັນ ມອບໃຫ້ແກ່ລູກຄ້າ ແມ່ນບັນຊີຝາກມີກຳນົດ ເຊິ່ງເປັນການ ລົງທຶນທີ່ມີຄວາມສ່ຽງໜ້ອຍ ແຕ່ມີອັດຕາດອກເບ້ຍສູງ ແລະ ຍັງເປັນການວາງແຜນຄວາມຕ້ອງການ ດ້ານເງິນທີ່ດີໃນອະນາຄົດ, ດ້ວຍອັດຕາລາຍໄດ້ທີ່ແນ່ນອນໃນ ຊ່ວງໄລຍະກຳນົດເວລາທີ່ທ່ານເລືອກ. ຖ້າທ່ານຕ້ອງການລາຍຮັບປະຈຳ ຈາກການລົງທຶນຂອງທ່ານ ແລະ ທ່ານຍັງບໍ່ມີຄວາມຕ້ອງການ ທີ່ຈະໃຊ້ເງິນດັ່ງກ່າວນັ້ນ ບັນຊີຝາກມີກຳນົດ ຂອງທະນາຄານພົງສະຫວັນ ແມ່ນບັນຊີທີ່ທ່ານຕ້ອງການ.
ຜົນປະໂຫຍດຂອງບັນຊີ
- ເລືອກໄລຍະກຳນົດເວລາທີ່ທ່ານຕ້ອງການ
- ເພີດເພີນກັບເອົາລາຍຮັບທີ່ແນ່ນອນ ຈາກການລົງທຶນຂອງທ່ານ
- ຕໍ່ກຳນົດໄລຍະ ຂອງບັນຊີຝາກມີກຳນົດ ໄດ້ຢ່າງອັດຕະໂນມັດ
- ຖອນເງິນສ່ວນໜຶ່ງ ຫຼື ທັງໝົດຈາກສາຂາຂອງ ທະນາຄານພົງສະຫວັນ
- ປະເພດສະກຸນເງິນຝາກ
- ກີບ · ບາດ · ໂດລາ
- ຈຳນວນເງິນຝາກເບື້ອງຕົ້ນ
- 1,000,000 ກີບ ຫຼື 4,000 ບາດ ຫຼື 100 ໂດລາສະຫະລັດ
ອັດຕາດອກເບ້ຍ ແລະ ການຮັບດອກເບ້ຍບັນຊີເງິນຝາກມີກຳນົດ
| ໄລຍະເວລາ | LAK | USD | THB |
|---|---|---|---|
| 3 ເດືອນ | 6.00% | 2.25% | 2.20% |
| 6 ເດືອນ | 7.00% | 3.25% | 3.00% |
| 12 ເດືອນ | 9.00% | 5.00% | 4.25% |
| 13 ເດືອນ | 9.50% | 5.10% | 4.35% |
| 18 ເດືອນ | 10.25% | 5.25% | 5.00% |
| 24 ເດືອນ | 10.50% | 6.00% | 5.25% |
| 36 ເດືອນ | 10.75% | 6.50% | 5.75% |
ອັດຕາດອກເບ້ຍຕໍ່ປີ. (ປັບປຸງໃນວັນທີ 02/03/2026)
ໝາຍເຫດ: ດອກເບ້ຍຈະຈ່າຍໃຫ້ໃນມື້ໝົດກຳນົດຂອງເງິນຝາກປະຈຳ ຫຼື ກ່ອນກຳນົດຕາມລະບຽບການ
ຄ່າທຳນຽມ
| ລຳດັບ | ລາຍການ | ຄ່າບໍລິການ | ||
|---|---|---|---|---|
| ກີບ | ໂດລາ | ບາດ | ||
| 1 | ອອກໃບຢັ້ງຢືນໃໝ່ ກໍລະນີເສຍຫາຍ ຫຼື ຈີກຂາດ | 40,000ກີບ | 4ໂດລາ | 120ບາດ |
| 2 | ປິດບັນຊີເງິນຝາກປະຈຳເມື່ອຄົບກຳນົດ | ບໍ່ເກັບ | ||
| 3 | ປິດບັນຊີເງິນຝາກປະຈຳກ່ອນກຳນົດ | 120,000ກີບ/ບັນຊີ | 12ໂດລາ/ບັນຊີ | 400ບາດ/ບັນຊີ |
(ປັບປຸງໃນວັນທີ 18/07/2025)
ເງື່ອນໄຂໃນການເປີດບັນຊີ
ເອກະສານປະກອບການເປີດບັນຊີໃໝ່ຂອງລູກຄ້າ
ບຸກຄົນ
- ຄົນລາວ:
- ບັດປະຈຳຕົວ / ປຶ້ມສຳມະໂນຄົວ / ໜັງສືຜ່ານແດນ (Passport) / ໃບອະນຸຍາດຂັບຂີ່ / ບັດສຸດທິພະ
- ຄົນຕ່າງປະເທດ:
- ໜັງສືຜ່ານແດນ (Passport), ວິຊາ, ໃບອະນຸຍາດເຮັດວຽກ (Work Permit) ແລະ ໃບອະນຸຍາດພັກເຊົາ (Stay Permit).
ນິຕິບຸກຄົນ
- ໃບທະບຽນວິສາຫະກິດ
- ໃບທະບຽນອາກອນ
- ໃບອະນຸຍາດດຳເນີນທຸລະກິດ / ໃບອະນຸຍາດລົງທຶນ.
- ບົດບັນທຶກ ແລະ ຂໍ້ກຳນົດບັງຄັບກ່ຽວກັບທະນາຄານ.
- ມະຕິຂອງຄະນະອຳນວຍການບໍລິສັດທີ ກ.) ອະນຸມັດໃຫ້ເປີດບັນຊີ, ຂ.) ກຳນົດຊື່ຂອງຜູ້ຮ່ວມລົງນາມແຕ່ລະຄົນໃນບັນຊີດັ່ງກ່າວ.
ວິທີການເປີດບັນຊີ
- 1ທ່ານຕ້ອງໄດ້ກະກຽມເອກະສານຢັ້ງຢືນຕາມສະຖານະຂອງທ່ານຂ້າງເທິງນັ້ນໃຫ້ມີສາກ່ອນ
- 2ຕໍ່ມາ, ທ່ານຕ້ອງໄດ້ກະກຽມ ແລະ ນັບເງິນຢ່າງໜ້ອຍ 1,000,000 ກີບ ຫຼື 4,000 ບາດ ຫຼື 100 ໂດລາສະຫະລັດ ໄວ້ໃນກະເປົາຂອງທ່ານ.
- 3ຈາກນັ້ນ, ທ່ານເຂົ້າໄປຫາພະນັກງານຂອງທະນາຄານປະຈຳໜ່ວຍບໍລິການ ຫຼື ສູນບໍລິການ ຫຼື ສາຂາໃດໜຶ່ງ ທີ່ທ່ານມີຄວາມສະດວກສະບາຍໃນການເດີນທາງ
- 4ສຸດທ້າຍ, ພະນັກງານບໍລິການຂອງພວກເຮົາຈະເປັນຜູ້ດຳເນີນການຕ່າງໆໃຫ້ທ່ານທັງໝົດ ມີພຽງແຕ່ທ່ານລໍຖ້າເຊັນ ແລະ ຮັບໃບຢັ້ງຢືນການຝາກເງິນ
ພິເສດ: ບັນຊີປະເພດນີ້ສາມາດເປີດຮ່ວມກັນຫຼາຍຄົນໄດ້ ພຽງແຕ່ນຳເອົາເອກະສານຢັ້ງຢືນຕາມສະຖານະຂອງຜູ້ທີ່ຈະເປີດບັນຊີຮ່ວມນຳກັນ.
ລູກຄ້າບຸກຄົນ
